ທ່ານ Nguyen Sinh Hung ປະທານສະພາແຫ່ງຊາດ ພົບປະກັບຜູ້ມີສິດເລືອກຕັ້ງ ແຂວງ Ha Tinh

ທ່ານ Nguyen Sinh Hung ປະທານສະພາແຫ່ງຊາດ ພົບປະກັບຜູ້ມີສິດເລືອກຕັ້ງ ແຂວງ Ha Tinh - ảnh 1
ທ່ານ Nguyen Sinh Hung ປະທານສະພາແຫ່ງຊາດ ພົບປະກັບຜູ້ມີສິດເລືອກຕັ້ງ ແຂວງ Ha Tinh
ພາບ:TTXVN



(vovword)- ​ໃນ​ວັນ​ທີ 2 ​ແລະ 3/5, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແຂວງ Ha Tinh ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕາມ​ຫົວ​ເລື່ອງ​ສະ​ເພາະ​ຢູ່ ​ເມືອງ Duc Tho  ​ແລະ ນະຄອນ Ha Tinh ກ່ຽວ​ກັບ​ຂົງ​ເຂດ​ການ​ສຶກສາ​ຢູ່​ຊັ້ນ​ມັດທະຍົມ​ ​ແລະ ສອນ​ວີິຊາ​ຊີບ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ຊີ້​ແຈງ​ວ່າ: ວຽກ​ງານ​ການ​ສຶກສາ, ບຳລຸງ​ສ້າງ ​ແມ່ນ​ຫນ້າ​ທີ່​ສຳຄັນ​ຕົ້ນຕໍ, ​ແມ່ນ​ລັດຖະນະ​ໂຍບາຍ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ຂອງ​ພັກ, ລັດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ, ຕີ​ລາຄາ​ຢ່າງ​ລະອຽດ​ບັນດາ​ຂໍ້ຄົງ​ຄ້າງ​ໃນ​ຂະ​ແຫນງ​ສຶກສາ​ເພື່ອ​ມີ​ມາດ​ຕະການ​ແກ້​ໄຂ​​ເທື່ອ​ລະ​ກ້າວ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ສະ​ເຫ​ນີວ່າ: ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແຂວງ Ha Tinh ສືບ​ຕໍ່​​ເກັບ​ກຳ​ຂໍ້​ສະ​ເຫ​ນີຂອງ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ປະກອບສ່ວນ​​ເຂົ້າ​ໃນ​ການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ຢ່າງຮອບດ້ານ, ຄົບ​ຖ້ວນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໃຫ້​ຄຳ​ຕັກ​ເຕືອນ​ວ່າ: ​ແຂວງ Ha Tinh ​ແມ່ນທ້ອງ​ຖິ່ນ​ພວມ​ກຳນົດ​ທິດ​ພັດທະນາ​ຢ່າງ​​ແຂງແຮງ​ກ່ຽວ​ກັບ​ອຸດສາຫະກຳ, ສ້າງ​ເຂດ​ເສດຖະກິດ, ກໍ່ສ້າງ​ຊົນນະບົດ​ໃຫມ່ ​ແລະ ​ແຂວງ Ha Tinh ພວມມີ​ຄວາມ​ຕ້ອງການ​ໃຫຍ່​ຫລວງ​ກ່ຽວ​ກັບ​ຄົນ​ງານ​ໃນ​ທຸກຂະ​ແຫນງ​ອາຊີບ. ສະ​ນັ້ນ ຫນ້າ​ທີ່​ສອນ​ວິຊາ​ຊີບ​ຂອງ​ແຂວງ ຄວນ​ມຸ່ງ​ໄປ​ເຖິງ​ຄຳ​ຮຽກຮ້ອງ​ຕ້ອງການ​ລະອຽດ, ພິ​ເສດ ​ແມ່ນ​ການ​ສອນ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ ​ເພື່ອ​ຮັບ​ໃຊ້​ເຂດ​ເສດຖະກິດ Vung Ang ​ແລະ ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃຫມ່​ຢູ່​ບໍລິ​ເວນ​ແຂວງ.

 

 

ຂ່າວ/ບົດ​ອື່ນ