ທ່ານ Truong Tan Sang ຕ້ອນຮັບຄະນະ​ຜູ້​ແທນ ບັນດາ​ອະດີດ​ພະນັກງານ​ຮັບ​ໃຊ້​ລຸງ​ໂຮ່

ທ່ານ Truong Tan Sang ຕ້ອນຮັບຄະນະ​ຜູ້​ແທນ ບັນດາ​ອະດີດ​ພະນັກງານ​ຮັບ​ໃຊ້​ລຸງ​ໂຮ່ - ảnh 1
(ພາບ:vietnamplus.vn)

( vovworld ) –  ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມ ສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດປະທານ​ໂຮ່ຈິ​ມິນ, ຕອນ​ເຊົ້າວັນ​ທີ 16/5, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານປະທານປະ​ເທດ ຫວຽດນາມ Truong Tan Sangໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນບັນດາ​ອະດີດ​ພະນັກງານ​​ເຄີຍ​ອາລັກຂາ ​ແລະ ຮັບ​ໃຊ້​ລຸງ​ໂຮ່. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານປະທານປະ​ເທດ Truong Tan Sang ສະ​ແດງ​ຄວາມ​ເຄົາລົບນັບຖື​ຕໍ່​ນຳ​ໃຈ, ຄວາມ​ເຄົາລົບ​ນັບຖື​ຂອງ​ອະດີດ​ພະນັກງານ, ພາລະ​ກອນ​ທີ່​ມີ​ຕໍ່​ລຸງ​ໂຮ່. ທ່ານປະທານປະ​ເທດ Truong Tan Sang ​ເນັ້ນໜັກ​ນວ່າ ​ແນວ​ຄິດ ​ແລະ ຄຸນສົມບັດ​ຂອງ​ລຸງ​ໂຮ່​ ແມ່ນ​ລຽບ​ງາຍ ​ແຕ່​ກໍ່​ຍິ່ງໃຫ່ຍ​ທີ່​ສຸດ. ​ໃນ​ໄລຍະ​ປະຈຸ​ບັນ, ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ໄດ້ ​ແລະ ພວມຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງຄຸນສົມບັດ​ປະທານ​ໂຮ່ຈິ​ມິນ ບັນລຸ​ໄດ້​ຫຼາຍ​ຜົນງານ​ສຳຄັນ. ທ່ານປະທານປະ​ເທດຖື​ວ່າ ກອງ​ປະຊຸມ​ສູນ​ກາງພັກຄັ້ງທີ 5 ທີ່​ຫາ​ກໍ່​ອັດ​ລົງ​ເມື່ອ​ວັນ​ທີ 16/5 ອີກ​ເທື່ອ​ໜື່ງ​ໄດ້​ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ ​ແລະ ລັດ ​ໃນ​ການ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພະນັກງານ, ສະມາຊິກ​ພັກ ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດທະນາ​ສົມ​ກັບ​ຄວາມປາດ​ຖະໜາ​ຂອງ​ລຸງ​ໂຮ່ ທີ່​ແສນ​ເຄົາລົບ​ຮັກ. ທ່ານ Truong Tan Sang ກ່າວ​ວ່າ:   “​ໃນ​ຊຸດ​ທີ 11 ນີ້, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ປະກາດ​ໃຊ້​ມະຕິ​ສູນ​ກາງຄັ້ງທີ 4 ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ. ຫວົງ​ວ່າພັກ​ຈະ​ແມ່ນ​ຄົນ​ຮັບໃຊ້ທີ່​ຈົ່ງ​ຮັກ​ພັກດີ​ຕໍ່​ປະຊາຊົນ ຄື​ດັ່ງ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່ຄາວ​ເພີ່ນ​ຍັງ​ມີ​ຊີວິດ​ຢູ່. ທຸກໆ​ຄົນ​ຕ້ອງ​ພະຍາຍາມ​ປະຕິບັດ​ວຽກ​ງານ​ທີ່​ສາມາດ​ປະຕິບັດ​ໄດ້ ​ໃຫ້​ສົມ​ກັບ​ເປັນ​ລູກສິດ, ລູກ​ຫຼານ, ​ແມ່ນ​ທະຫານ​ຂອງ​ລຸງ​ໂຮ່, ​​ເດີນຕາມ​​​ເສັ້ນທາງ​ທີ່​ລຸງ​ໂຮ່ ທີ່​ແສນ​ເຄົາລົບ​ຮັກ​ໄດ້​ເລືອກ​ເຟັ້ນ

 

 

ຂ່າວ/ບົດ​ອື່ນ