ທ່ານ ທ່າວຊວນຊູງ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມຊາວກະສິກອນ ຫວຽດນາມ ອາຍຸການ 2013 – 2018

(VOVWORLD) - ວັນທີ 12 ມັງກອນ, ທີ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານຄັ້ງທີ 13 ຊຸດທີ 6 (ອາຍຸການ 2013 - 2018).
ທ່ານ ທ່າວຊວນຊູງ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມຊາວກະສິກອນ ຫວຽດນາມ ອາຍຸການ 2013 – 2018 - ảnh 1ທ່ານ ທ່າວຊວນຊູງ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມຊາວກະສິກອນ ຫວຽດນາມ ຊຸດທີ 6 ອາຍຸການ 2013 – 2018. 

ທີ່ກອງປະຊຸມ, ທ່ານ ທ່າວຊວນຊູງ ກຳມະການສູນກາງພັກ, ເລຂາຄະນະພັກສູນກາງສະມາຄົມຊາວກະສິກອນ ຫວຽດນາມ, ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມຊາວກະສິກອນ ຫວຽດນາມ ຊຸດທີ 6 ອາຍຸການ 2013 – 2018.

        ກ່າວຄຳເຫັນຮັບດຳລົງຕຳແໜ່ງ, ທ່ານ ທ່າວຊວນຊູງ ປະທານສະມາຄົມຊາວກະສິກອນ ຫວຽດນາມ ຄົນໃໝ່ ສະແດງຄວາມເປັນກຽດ ທີ່ໄດ້ຮັບຄວາມເຊື່ອໝັ້ນຈາກກົມການເມືອງ, ຄະນະເລຂາທິການ, ຄະນະຈັດຕັ້ງສູນກາງແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງເປັນເລຂາຄະນະພັກສະມາຄົມຊາວກະສິກອນ ຫວຽດນາມ ອາຍຸການ 2013 – 2018.

ຕອບກັບ

ຂ່າວ/ບົດ​ອື່ນ