ທ່ານ ຟຸ່ງຈິ໊ກຽນ ກັບການປະຕິວັດຫວຽດນາມ ແລະ ບ້ານເກືອເມືອງນອນ ເງະອານ

(VOVWORLD) -ທ່ານ ຟຸ່ງຈິ໊ກຽນ ແມ່ນລຸ້ນຊາວໜຸ່ມທຳອິດໄດ້ເປັນກຽດເຂົ້າຮ່ວມການຝຶກອົບຮົມດ້ານການເມືອງ ໂດຍຜູ້ນຳ ຫງວຽນອ໊າຍກວ໊ກ ສິດສອນໂດຍກົງຢູ່ ກວາງໂຈ ແລະ ກາຍເປັນ “ແກ່ນປູກແດງ” ຂອງປະຕິວັດຫວຽດນາມ.
ທ່ານ ຟຸ່ງຈິ໊ກຽນ ກັບການປະຕິວັດຫວຽດນາມ ແລະ ບ້ານເກືອເມືອງນອນ ເງະອານ - ảnh 1ທ່ານ ຟຸ່ງຈິ໊ກຽນ ແມ່ນລຸ້ນຊາວໜຸ່ມທຳອິດໄດ້ເປັນກຽດເຂົ້າຮ່ວມການຝຶກອົບຮົມດ້ານການເມືອງ ໂດຍຜູ້ນຳ ຫງວຽນອ໊າຍກວ໊ກ ສິດສອນ
(ພາບ: thcsphungchikien)

ເນື່ອງໃນໂອກາດສະເຫຼີມສະຫຼອງ 120 ປີແຫ່ງວັນຄ້າຍວັນເກີດທ່ານ ຟຸ່ງຈິ໊ກຽນ (18 ພຶດສະພາ 1901 – 18 ພຶດສະພາ 2021), ຕອນເຊົ້າວັນທີ 08 ພຶດສະພາ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ສົມທົບກັບຄະນະໂຄສະນາສຶກສາສູນກາງ ແລະ ຄະນະພັກແຂວງ ເງະອານ ໄດ້ຈັດກອງປະຊຸມສຳມະນາທາງອອນລາຍດ້ວຍຫົວຂໍ້ວ່າ “ທ່ານ ຟຸ່ງຈິ໊ກຽນ ກັບການປະຕິວັດຫວຽດນາມ ແລະ ບ້ານເກືອເມືອງນອນ ເງະອານ”.

        ທ່ານ ຟຸ່ງຈິ໊ກຽນ ແມ່ນລຸ້ນຊາວໜຸ່ມທຳອິດໄດ້ເປັນກຽດເຂົ້າຮ່ວມການຝຶກອົບຮົມດ້ານການເມືອງ ໂດຍຜູ້ນຳ ຫງວຽນອ໊າຍກວ໊ກ ສິດສອນໂດຍກົງຢູ່ ກວາງໂຈ ແລະ ກາຍເປັນ “ແກ່ນປູກແດງ” ຂອງປະຕິວັດຫວຽດນາມ. ທ່ານຮອງສາດສະດາຈານ, ປະລິນຍາເອກ ລີ໊ຫວຽດກວາງ, ຫົວໜ້າສະຖາບັນໂຮ່ຈີມິນ ແລະ ບັນດາຜູ້ນຳຂອງພັກ, ໄຈ້ແຍກວ່າ:

        “ໃນຖານະເປັນຜູ້ບັນຊາການເຂດຖານທີ່ໝັ້ນ ບັ໊ກເຊີນ ນັ້ນ, ບັນຊາກອງຫຼອນ ບັ໊ກເຊີນ, ທ່ານ ຟຸ່ງຈິ໊ກຽນ ໄດ້ປະກອບສ່ວນສ້າງກຳລັງປະກອບອາວຸດທຳອິດຂອງປະຕິວັດຫວຽດນາມ. ຈາກນັ້ນ, ທ່ານໄດ້ຊາບຊຶບການກໍ່ສ້າງບັນດາແນວທາງດ້ານການທະຫານ, ພິເສດແມ່ນວິທີການຮົບກອງຫຼອນ, ມີຄວາມສະໜິດແໜ້ນກັບປະຊາຊົນ ອີງໃສ່ປະຊາຊົນເພື່ອກໍ່ສ້າງ ແລະ ພັດທະນາກຳລັງ ເໝາະສົມນັບທັງກຳລັງປະກອບອາວຸດປະຕິວັດໃນໄລຍະເບື້ອງຕົ້ນທີ່ຍັງໜຸ້ມແໜ້ນຢູ່”.

ຕອບກັບ

ຂ່າວ/ບົດ​ອື່ນ