ພາບແຕ້ມ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢູ່ງານຕະຫຼາດນັດສິລະປະສາກົນຢູ່ ລອນດອນ (ປະເທດ ອັງກິດ)

(VOVWORLD) - ນີ້ແມ່ນງານຕະຫຼາດນັດການຄ້າສາກົນປະຈຳປີ ກ່ຽວກັບສິລະປະທີ່ມີອິດທິພົນຊື່ສຽງຢູ່ ອັງກິດ ໃນຕະຫຼອດ 25 ປີຜ່ານມາ, Affordable Art Fair ປີນີ້ມີການເຂົ້າຮ່ວມຂອງຫ້ອງວາງສະແດງພາບແຕ້ມກ່ວາ 100 ແຫ່ງໃນທົ່ວປະເທດ ອັງກິດ ແລະ ໃນໂລກ

ບັນດາພາບແຕ້ມຂອງຈິດຕະກອນ ຫວຽດນາມ 14 ຄົນໄດ້ແນະນຳທີ່ງານຕະຫຼາດນັດສິລະປະສາກົນ Affordable Art Fair 2024 ຈັດຂຶ້ນຢູ່ ລອນດອນ, ປະເທດ ອັງກິດ, ແຕ່ວັນທີ 8 – 12 ພຶດສະພາ, ໄດ້ສ້າງຄວາມປະທັບໃຈຕໍ່ບັນດາຜູ້ນິຍົມສິລະປະ ອັງກິດ ແລະ ສາກົນ. ນີ້ແມ່ນງານຕະຫຼາດນັດການຄ້າສາກົນປະຈຳປີ ກ່ຽວກັບສິລະປະທີ່ມີອິດທິພົນຊື່ສຽງຢູ່ ອັງກິດ ໃນຕະຫຼອດ 25 ປີຜ່ານມາ, Affordable Art Fair ປີນີ້ມີການເຂົ້າຮ່ວມຂອງຫ້ອງວາງສະແດງພາບແຕ້ມກ່ວາ 100 ແຫ່ງໃນທົ່ວປະເທດ ອັງກິດ ແລະ ໃນໂລກ, ໄດ້ແນະນຳປະມານກ່ວາ 1.000 ຜົນງານທັນສະໄໝ, ດຶງດູດຜູ້ເຂົ້າຊົມກ່ວາ 10.000 ຄົນເຂົ້າຮ່ວມ. ທີ່ງານຕະຫຼາດນັດນີ້, ມີ 3 ຫ້ອງວາງສະແດງພາບແຕ້ມຂອງ ຫວຽດນາມ ເຂົ້າຮ່ວມນັ້ນແມ່ນ: Hanoi Art House, Thang Long Art Gallery ແລະ ArtBlue Studio ໄດ້ວາງສະແດງຜະລິດຕະພັນຕ່າງໆຂອງຈິດຕະກອນ  ຫວຽດນາມ 14 ຄົນ. ເພື່ອໃຫ້ບັນດາຜະລິດຕະພັນໄດ້ວາງສະແດງຢູ່ແຫ່ງນີ້, ບັນດາພາບແຕ້ມຕ້ອງໄດ້ຮັບການອະນຸມັດຜ່ານຈາກຄະນະຈັດຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ