(ທ່ານດິງລາທັງດຳລົງຕຳແໜ່ງເລຂາທິການຄະນະພັກນະຄອນໂຮ່ຈີມິນ)
(vovworld) - ຕອນບ່າຍວັນທີ 05/02 ຢູ່ນະຄອນ ໂຮ່ຈີມິນ, ຄະນະພັກນະຄອນ ໂຮ່ຈີມິນ ຈັດຕັ້ງພິທີປະກາດຂໍ້ຕົກລົງຂອງກົມການເມືອງກ່ຽວກັບວຽກງານບຸກຄະລາກອນ. ເຂົ້າຮ່ວມພິທີປະກາດມີທ່ານ ດິງເທ໋ຮີງ ຜູ້ປະຈຳການຄະນະເລຂາທິການ.
ທີ່ພິທີ, ທ່ານ ຟ້າມມິງຈີ໋ງ, ຫົວໜ້າຄະນະຈັດຕັ້ງສູນກາງ, ປະກາດຂໍ້ຕົກລົງຂອງກົມການເມືອງແຕ່ງຕັ້ງທ່ານ ດິງລາທັງ, ກຳມະການກົມການເມືອງ, ເຂົ້າເປັນສະມາຊີກຄະນະບໍລິຫານງານອົງຄະນະພັກນະຄອນ ໂຮ່ຈີມິນ, ດຳລົງຕຳແໜ່ງເລຂາທິການຄະນະພັກນະຄອນ ໂຮ່ຈີມິນ. ທ່ານ ຫວໍວັນເຖືອງ ບໍ່ດຳລົງຕຳແໜ່ງຮອງເລຂາທິການປະຈຳຄະນະພັກນະຄອນ ໂຮ່ຈີມິນ ເພື່ອດຳລົງຕຳແໜ່ງຫົວໜ້າຄະນະໂຄສະນາສຶກສາສູນກາງ.