ທ່ານນາງ Nguyen Thi Kim Ngan ພົບປະກັບຜູ້ແທນໜຸ່ມ ມີຫົວຄິດປະດິດສ້າງ

ທ່ານນາງ Nguyen Thi Kim Ngan ພົບປະກັບຜູ້ແທນໜຸ່ມ ມີຫົວຄິດປະດິດສ້າງ - ảnh 1

(ພາບ:Doanthanhnien.vn)

(VOV)- ​ຕອນ​ເຊົ້າວັນ​ທີ 18/11, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ Nguyen Thi Kim Ngan ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ​ໄດ້ພົບ​ປະ​ກັບ​ຜູ້​ແທນ​ຊາວໜຸ່ມ​ປະ​ດິດ​ສ້າງບັນດາ​ຫົວ​ເລື່ອງ, ຜະລິດ​ຕະພັນ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ​ທີ່ Festval ຊາວໜຸ່ມມີ​ຫົວຄິດປະດິດ​ສ້າງ​​ທົ່ວ​ປະ​ເທດ​ຄັ້ງທີ 5 ​ໂດຍ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ຈັດ​ຕັ້ງຂຶ້ນ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ນາງ Nguyen Thi Kim Ngan ​ໄດ້​ຍອ້ງຍໍ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ບັນດາ​ຫົວ​ເລື່ອງ, ກິດຈະກຳ​ວິທະຍາສາດ, ຂໍ້​ລິ​ເລີ່​ມ​ເຕັກນິກ​ຂອງ​ຊາວ​ໜຸ່ມ. ທ່ານ​ນາງ Nguyen Thi Kim Ngan ຖື​ວ່າ: ​ໃນ​ສະພາບ​ການ​ພັດທະນາ ​ແລະ ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໄດ້​ຮັບ​ການ​ກຳນົດ​ວ່າ​ແມ່ນ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ກຳລັງ​ໜູນ​ສຳຄັນ​ເພື່ອ​ພັດທະນາ​ເສດຖະກິດ-​ສັງຄົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ການ​ຍູ້​ແຮງ​ການ​ປະດິດ​ສ້າງ​ໃນ​ໝູ່​ຊາວ​ໜຸ່ມ​ມີ​ບົດບາດ​ຫຼັກ​ແຫຼ່ງທີ່​ສຸດ:

   “ຂ້າພະ​ເຈົ້າສະ​ເໜີ​ໃຫ້​ສູນ​ກາງຄະນະຊາວ​ໜຸ່ມ​ຈົ່ງສືບ​ຕໍ່​ຊີ້​ນຳ​ຈັດຕັ້ງຄະນະ​ຊາວ ໜຸ່ມ​ຂັ້ນຕ່າງໆ ສ້າງ​ເງື່ອ​ນ​ໄຂ​ອຳນວຍ​ຄວາມ​ສະດວກ​ທີ່​ສຸດ, ບຸກລຸກ, ລະດົມ​ກຳລັງ​ໃຈ ​ແລະ ​ເສີມ​ຂະຫຍາຍພູມ​ປັນຍາ, ກຳລັງ​ໜຸ່ມ, ນ້ຳ​ໃຈ​ປະຈັນບານ​ໃນ​ຊາວ​ໜຸ່ມ​ເຍົາວະ​ຊົນ​ທົ່ວ​ປະ​ເທດຢ່າງ​ແຮງ. ຄຽງ​ຂ້າງ​ນັ້ນ, ບັນດາ​ເພື່ອນ​ຊາວ​ໜຸ່ມ​ດີ​ເດັ່ນ​ຕ້ອງ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ນັ້ນ, ອອກ​ແຮງ​ຝຶກ​ຝົນຫຼໍ່​ຫຼອມ, ນຳ​ໜ້າ​ໃນ​ການຄົ້ນຄ້ວາ ​ແລະ ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຜະລິດ ​ແລະ ຊີວິດ​ການ​​ເປັນ​ຢູ່, ປະກອບສ່ວນ​ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ປະຕິບັດ​ບັນດາ​ຈຸດໝາຍ​ຊື່ງ​ພັກ, ລັດ​ໄດ້​ວາງ​ອອກ​ສຳ​ເລັດຜົນ

 

 

 

ຂ່າວ/ບົດ​ອື່ນ