ທ່ານນາງ ຫວໍ​ທິ​ແອ້ງ​ຊວັນ ຮັກ​ສາ​ການ​ປະ​ທານ​ປະ​ເທດ ຫວຽດ​ນາມ ຕ້ອນ​ຮັບ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ວິດ, ມາ​ເລ​ເຊຍ, ກຳ​ປູ​ເຈຍ ເຂົ້າຍື່ນສານ​ຕາ​ຕັ້ງ

(VOVWORLD) - ຕອນເຊົ້າ 22 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານນາງ ຫວໍທິແອ້ງຊວັນ ຮັກສາການປະທານປະເທດ ຫວຽດນາມໄດ້ຕ້ອນຮັບ ເອກອັກຄະລັດຖະທູດ ສະວິດ, ເອກອັກຄະລັດຖະທູດ ມາເລເຊຍ, ເອກອັກຄະລັດຖະທູດ ກຳປູເຈຍເຂົ້າ ຍື່ນສານຕາຕັ້ງ.
ທ່ານນາງ ຫວໍ​ທິ​ແອ້ງ​ຊວັນ ຮັກ​ສາ​ການ​ປະ​ທານ​ປະ​ເທດ ຫວຽດ​ນາມ ຕ້ອນ​ຮັບ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ວິດ, ມາ​ເລ​ເຊຍ, ກຳ​ປູ​ເຈຍ ເຂົ້າຍື່ນສານ​ຕາ​ຕັ້ງ - ảnh 1ທ່ານນາງ ຫວໍທິແອ້ງຊວັນ ຮັກສາການປະທານປະເທດ ຫວຽດນາມ ແລະ ທ່ານ Tan Yang Thai ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ(ພາບ: TTXVN)

ຕ້ອນຮັບ ທ່ານ Thomas Gass ເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ,        ທ່ານນາງ ຫວໍທິແອ້ງຊວັນ ສະເໜີໃຫ້ສອງປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ; ຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ສົ່ງເສີມບັນດາວິສາຫະກິດ ສະວິດ ມາລົງທຶນໄລຍະຍາວຢູ່ ຫວຽດນາມ ກ່ຽວກັບການເຕີບໂຕສີຂຽວ, ຫັນເປັນດີຈີຕອນ, ເສດຖະກິດໝູນວຽນ, ອຸດສາຫະກຳປຸງແຕ່ງ, ກະສິກຳເຕັກໂນໂລຢີສູງ, ການສຶກສາ - ບຳລຸງສ້າງ.

        ຕ້ອນຮັບ ທ່ານ Tan Yang Thai ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ,  ທ່ານນາງ ຫວໍທິແອ້ງຊວັນ ສະເໜີ ໃຫ້ເອກອັກຄະລັດຖະທູດ ມາເລເຊຍ ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ໃນປີນີ້ໂດຍທັນທີ, ປີແຫ່ງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 50 ປີ(ມີນາ 1973 - ມີນາ 2023); ຊຸກຍູ້ການພົວພັນປະຊາຊົນ, ຮ່ວມມືທາງດ້ານການທ່ອງທ່ຽວ; ສູ້ຊົນນຳວົງເງິນການຄ້າໃຫ້ບັນລຸໄດ້ 18 ຕື້ ໂດລາສະຫະລັດ ໂດຍໄວ.

        ຕ້ອນຮັບ ທ່ານນາງ Chea Kimtha ເຊິ່ງໄດ້ຖືກແຕ່ງຕັ້ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຂອງລາດຊະອານາຈັກ ກຳປູເຈຍ ປະຈຳ ຫວຽດນາມ ແລະ ເປັນເອກອັກຄະລັດຖະທູດຍິງ ຜູ້ທຳອິດຂອງ ກຳປູເຈຍ ປະຈຳຫວຽດນາມ, ທ່ານນາງ ຫວໍທິແອ້ງຊວັນ ເຊື່ອໝັ້ນວ່າທ່ານນາງເອກອັກຄະລັດຖະທູດ ຈະມີອາຍຸການປະສົບຜົນສຳເລັດ, ປະກອບສ່ວນຢ່າງຕັ້ງໜ້າສູ້ຊົນຊຸກຍູ້ການພົວພັນສອງປະເທດ ຕາມທິດຊີ້ນຳບ້ານໄກ້ເຮືອນຄຽງທີ່ດີງາມ, ມູນເຊື້ອມິດຕະພາບ, ຮ່ວມມືຮອບດ້ານ, ຍືນຍົງຍາວນານ.

ຕອບກັບ

ຂ່າວ/ບົດ​ອື່ນ