ທ່ານນາງນາຍົກລັດຖະມົນຕີເຢຍລະມັນຮຽກຮ້ອງຮັກສາການເຈລະຈາກັບລັດເຊຍ ໂດຍບໍ່ຫົວຊາຕໍ່ບັນດາຄວາມແຕກຕ່າງ

(VOVWORLD) -ທ່ານປະທານາທິບໍດີ Vladimir Putin ຢືນຢັນວ່າ ແບັກແລັງ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຫຼັກແຫຼ່ງຂອງ ມົດສະກູ ຢູ່ທັງ ເອີລົບ ແລະ ໃນໂລກ.
ທ່ານນາງນາຍົກລັດຖະມົນຕີເຢຍລະມັນຮຽກຮ້ອງຮັກສາການເຈລະຈາກັບລັດເຊຍ ໂດຍບໍ່ຫົວຊາຕໍ່ບັນດາຄວາມແຕກຕ່າງ - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel
(ພາບ: AFP/TTXVN)

ວັນທີ 20 ສິງຫາ, ຢູ່ວັງ Kremlin ຢູ່ນະຄອນຫຼວງ ມົດສະກູ, ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ດຳເນີນການໂອ້ລົມສົນທະນາໃນຂອບເຂດການໄປປະຕິບັດງານຕ່າງປະເທດ ອາດຈະແມ່ນຄັ້ງສຸດທ້າຍຂອງທ່ານນາງ Angela Merkel ໃນຖານະເປັນຜູ້ນຳໜ້າລັດຖະບານ ເຢຍລະມັນ.

        ທີ່ການໂອ້ລົມສົນທະນາ, ທ່ານປະທານາທິບໍດີ Vladimir Putin ຢືນຢັນວ່າ ແບັກແລັງ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຫຼັກແຫຼ່ງຂອງ ມົດສະກູ ຢູ່ທັງ ເອີລົບ ແລະ ໃນໂລກ. ຕາມທ່ານ Vladimir Putin ແລ້ວ, ການໄປປະຕິບັດງານຂອງທ່ານນາງ Angela Merkel ໄປ ລັດເຊຍ ລວມທັງບັນດາການເຈລະຈາມີລັກສະນະສ້າງສັນກ່ຽວກັບບັນດາບັນຫາທີ່ແຕກຕ່າງກັນ. ທ່ານປະທານາທິບໍດີ Vladimir Putin ກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງສະກັດກັ້ນການ “ລົ້ມລະລາຍ” ຢູ່ ອາບການິດສະຖານ ພາຍຫຼັງກຳລັງ ຕາລີບານ ຮັບເອົາສິດຄວບຄຸມຢູ່ປະເທດ ທິດຕາເວັນຕົກສ່ຽງໃຕ້ອາຊີ ນີ້.

        ສ່ວນທ່ານນາງນາຍົກລັດຖະມົນຕີ Angela Merkel ຖືວ່າ, ລັດເຊຍ ແລະ ເຢຍລະມັນ ຄວນຮັກສາການເຈລະຈາ ໂດຍບໍ່ຫົວຊາຕໍ່ຄວາມແຕກຕ່າງກັນລະຫວ່າງ 2 ຝ່າຍ. 2 ຝ່າຍມີຫຼາຍບັນຫາຕ້ອງແລກປ່ຽນ, ໃນນັ້ນມີສະພາບການຢູ່ ອາບການິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ