(vovworld) - ຕອນຄໍ່າວັນທີ 08/01, ໃນການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ, ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ເລແທງຫາຍ ຢືນຢັນວ່າ ຍາມໃດນະຄອນໂຮ່ຈິມິນ ກໍຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດບັນດາເນື້ອໃນຕົກລົງຮ່ວມມືລະຫວ່າງ 2 ກົມການເມືອງເປັນຢ່າງດີ, ພ້ອມທັງເປີດກວ້າງການຮ່ວມມືກັບນະຄອນຫຼວງວຽງຈັນ ແລະ ບາງແຂວງທາງພາກໃຕ້ຂອງລາວ. ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຫວັງວ່າ, ໃນໄລຍະຈະມາເຖິງທາງນະຄອນໂຮ່ຈິມິນ ສືບຕໍ່ມີບັນດາການແລກປ່ຽນ, ແບ່ງປັນບົດຮຽນໃນການເຄື່ອນໄຫວຂອງຕົນກັບນະຄອນຫຼວງວຽງຈັນ ແລະ ບັນດາທ້ອງຖິ່ນຂອງລາວ.
ກ່ອນໜ້ານັ້ນ, ໃນຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ພ້ອມກັບຄະນະຜູ້ແທນຂັ້ນສູງໄດ້ໄປຢ້ຽມຢາມແຂວງ ຕ່ຽນຢາງ. ກ່າວຄຳເຫັນນະທີ່ນິ້, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໋ອງ ໃຫ້ຮູ້ວ່າ ການຢ້ຽມຢາມຂອງທ່ານນາງປະທານສະພາແຫ່ງຊາດລາວ ໄດ້ສະແດງໃຫ້ເຫັນການຮ່ວມມື, ມິດຕະພາບ ແລະ ຄວາມສາມັກຄີສະໜິດຕິດພັນລະຫວ່າງ 2 ພັກ, 2 ຊາດຫວຽດນາມ - ລາວ. ການຢ້ຽມຢາມແລະ ເຮັດວຽກຢູ່ຫວຽດນາມຂອງທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມພູນຄຸນສ້າງສາຍພົວພັນສາມັກຄີລະຫວ່າງປະຊາຊົນສອງປະເທດ.