ທ່ານນາງອະດີດນາຍົກ ລັດຖະມົນຕີໄທ ຍິງຣັກ ຊິນນະວັດ ຖືກຈັບຕົວ ພາຍຫຼັງສະເໜີຕົວຕໍ່ກອງທັບ
ທ່ານນາງອະດີດນາຍົກລັດຖະມົນຕີ ຍິງຣັກ ຊິນນະວັດ
(ພາບອີນເຕີແນັດ)
(vovworld) – ຕາມແຫຼ່ງຂ່າວຈາກກອງທັບໄທ ໃຫ້ຮູ້ວ່າ, ວັນທີ 23/05, ກອງທັບປະເທດນີ້ໄດ້ກັກຂັງທ່ານນາງອະດີດນາຍົກລັດຖະມົນຕີ ຍິງຣັກ ຊິນນະວັດ ພາຍຫຼັງທີ່ທ່ານນາງສະເໜີຕົວຕາມຄຳຮຽກຕົວຂອງວົງການກຳອຳນາດການທະຫານ. ພາຍຫຼັງທີ່ກອງທັບຖະແຫຼງລັດຖະປະຫານເມື່ອວັນທີ 22/05 ໂຄ່ນລົ້ມລັດຖະບານຊົ່ວຄາວ, ອຳນາດການປົກຄອງການທະຫານໄທ ໄດ້ຮຽກຕົວຜູ້ດຳລົງຕຳແໜ່ງຂັ້ນສູງ 100 ທ່ານມາສະເໜີຕົວລວມທັງສະມາຊິກທຸກຄົນໃນລັດຖະບານຖືກໂຄ່ນລົ້ມ ແລະ ບັນດາຫົວໜ້າຝ່າຍຄ້ານ. ກອງທັບໄທ ໄດ້ອະທິບາຍວ່າ ການກະທຳນີ້ແມ່ນເພື່ອແນໃສ່ປົກປ້ອງຊີວິດຂອງປະຊາຊົນ, ສະກັດກັ້ນການປະທະກັນປິນຂັ້ນໄດ ແລະ ນຳສະພາບການຂອງປະເທດກັບຄືນສູ່ສະພາບເປັນປົກກະຕິໂດຍໄວ.
ແຫຼ່ງຂ່າວຕ່າງໆກໍ່ໃຫ້ຮູ້ວ່າ, ມີຫຼາຍຄົນມາສະເໜີຕົວຕໍ່ກອງທັບກໍ່ຖືກຈັບຕົວ, ໃນນັ້ນມີເລຂາທິການໃຫຍ່ພັກເພື່ອໄທ ແລະ ໂຄສົກຂອງພັກນີ້. ນອກຈາກນັ້ນ, ຍັງມີຫົວໜ້າຜູ້ແຫ່ຂະບວນປະທ້ວງ ສຸເທບ ເທືອກສຸບັນ ແລະ ຫົວໜ້າຂະບວນການເສື້ອແດງບາງຄົນອີກດ້ວຍ.