ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ

ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
ພົບ​ປະກັນ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ
(ພາບ: TTXVN)

(vovworld) – ​​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ​ຄັ້ງ​ທີ 24, ວັນ​ທີ 07/06, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້ພົບ​ປະ ​ແລະ ​ໂອ້​ລົມ​​ກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽ​ດນາມ ຢູ່ສຳນັກງານ​ສະຖານທູ​ດຫວຽດນາມ ປະຈຳ​ຝລັ່ງ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວາ​ເຕື້ອງ​ເຖິງ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ​ມະຫາ​ພາກ, ການ​ປ່ຽນ​ໃໝ່​ຢ່າງຮອບດ​້ານ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ກວ້າງຂວາງ​ຂອງ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​​ໃນ 6 ​ເປົ້າໝາຍ​ສະຫັດ​ສະ​ວັດ​ເຊິ່ງຫວຽດນາມ ບັນລຸ​ໄດ້ ​ໃນ​ນັ້ນ​ເປົ້າໝາຍ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​​ແມ່ນ​ເປົ້າໝາຍ​ເຊິ່ງ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກວົງ​ຄະນະ​ຍາດ​ສາກົນ​. ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ຢ່າງ​ຜິດ​ກົດໝາຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຢືນຢັນ​ວ່າ, ການ​ກະທຳ​ຂອງ​ຈີນ ​​ແມ່ນ​ລ່ວງ​ລ້ຳອະທິປະ​ໄຕ​ຂອງ​ຫວຽດນາມ ແລະ ຖືກ​ປະຊາ​ຄົມ​ໂລກ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ. ທ່ານ​ນາງ​ຮອງ​ປະທາ​ນປະ​ເທດ ​​​ໄດ້​ແນະນຳ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ ພ້ອມ​ກັບ​ສະຖານທູດ ອະທິ​ປາຍ​ເພື່ອ​ຊ່ວຍ​ໃຫ້ບັນດາ​ອົງການ​ຈັດ​ຕັ້ງ ສຳນັກງານ ​ແລະ ​ເພື່ອນ​ມິດ​ຝລັ່ງ ​ເຂົ້າ​ໃຈ​​ເນື້ອ​ແທ້​ຂອງ​ບັນຫາ; ຍາດ​ແຍ່ງ​ການ​ສະໜັບສະໜູນ​ຂອງ​ເພື່ອນ​ມິດສາ​ກົນ​ສຳລັບ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດທະ​ເລ, ໝູ່​ເກາະ​ຂອງ​ຫວຽດນາມ.
ຂ່າວ/ບົດ​ອື່ນ