ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ດັ້ງ​ທິງ​ອກທິ​້ງ ອວຍພອນ​ວັນ​ບຸນ ຄິຼດສະມາດ ຢູ່​ສໍານັກ​ສັງຄະ​ລາດ ​ເຂດ​ຊາວ​ຄິຼດ ບຸ່ຍ​ຈູ

(VOVWORLD) -ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ປາດຖະໜາວ່າ ບັນດາຄຸນພໍ່, ນັກບວດ ຈະສືບຕໍ່ໂຄສະນາ, ຂົນຂວາຍພໍ່ແມ່ພີ່ນ້ອງຊາວຄິຼດ ໃຫ້ປະຕິບັດແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດ ໃຫ້ເປັນຢ່າງດີ. 
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ດັ້ງ​ທິງ​ອກທິ​້ງ ອວຍພອນ​ວັນ​ບຸນ ຄິຼດສະມາດ ຢູ່​ສໍານັກ​ສັງຄະ​ລາດ ​ເຂດ​ຊາວ​ຄິຼດ ບຸ່ຍ​ຈູ - ảnh 1ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ຫົວໜ້າສໍານັກສັງຄະລາດ ເຂດຊາວຄິຼດ ບຸ່ຍຈູ ຫວູດິ່ງຫ້ຽວ  (ພາບ: TTXVN)

        ວັນທີ 23 ທັນວາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ຫົວໜ້າສໍານັກສັງຄະລາດ ເຂດຊາວຄິຼດ ບຸ່ຍຈູ ຫວູດິ່ງຫ້ຽວ ແລະ ບັນດາຍົດຖາບັນດາສັກ, ນັກບວດ, ພໍ່ແມ່ພີ່ນ້ອງຊາວຄຼິດ ຢູ່ ສໍານັກສັງຄະລາດ ເຂດຊາວຄຼິດ ບຸ່ຍຈູ (ຕາແສັງຊວັນງອກ, ເມືອງ ຊວັນເຈື່ອງ, ແຂວງນາມດ້ິງ ຫວຽດນາມ) ເນື່ອງໃນໂອກາດວັນບຸນ ຄິຼດສະມາດ ປີ 2019.

     ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ປາດຖະໜາວ່າ ບັນດາຄຸນພໍ່, ນັກບວດ ຈະສືບຕໍ່ໂຄສະນາ, ຂົນຂວາຍພໍ່ແມ່ພີ່ນ້ອງຊາວຄິຼດ ໃຫ້ປະຕິບັດແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ໃຫ້ເປັນຢ່າງດີ; ສາມັກຄີກັນ, ມີຄວາມເມດຕາປານີ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ ແລະ ທ້ອງຖິ່ນ, ໂດຍສະເພາະແມ່ນໃນຂະບວນການແຂ່ງຂັນພັດທະນາເສດຖະກິດ, ກໍ່ສ້າງຄອບຄົວວັດທະນະທໍາ, ສ້າງຊົນນະບົດໃໝ່, ຕົວເມືອງອະລິຍະທໍາເປັນແບບຢ່າງ. 

ຕອບກັບ

ຂ່າວ/ບົດ​ອື່ນ