ທ່ານນາງຮອງປະທານປະເທດດັ້ງທິ​ງອກທິ້ງພົບປະສອງຝ່າຍກັບການນຳລັດVictoriaປະເທດອົດສະຕາລີ

(VOVWORLD) -ສືບຕໍ່ການເຄື່ອນໄຫວຢູ່ລັດ Victoria ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກປີ 2018 ຢູ່ ອົດສະຕາລີ, ວັນທີ 24 ເມສາ ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ມີການພົບປະສອງຝ່າຍກັບ ຜູ້ວ່າການລັດ Victoria, ທ່ານນາງ Linda Marion Dessau ແລະ ເຈົ້າຄອງລັດ Victoria ທ່ານ Daniel Andrews. 
ທ່ານນາງຮອງປະທານປະເທດດັ້ງທິ​ງອກທິ້ງພົບປະສອງຝ່າຍກັບການນຳລັດVictoriaປະເທດອົດສະຕາລີ - ảnh 1  ທ່ານນາງຮອງປະທານປະເທດທັ້ງທິງອກທິ້ງ ພົບປະກັບ ຜູ້ວ່າການລັດ Victoria, ທ່ານນາງ Linda Marion Dessau 

ທີ່ການພົບປະຄັ້ງຕ່າງໆນັ້ນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຖືວ່າ: Victoria ແມ່ນລັດມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ແລະ ທ່າແຮງກ່ຽວກັບດ້ານເສດຖະກິດ, ການຄ້າ, ອຸດສາຫະກຳ, ກະສິກຳ, ການເງິນ, ສາທາລະນະສຸກ, ກິລາ… ສະນັ້ນ ທ່ານນາງຮອງປະທານປະເທດ ປາດຖະຫນາຢາກການນຳລັດ Victoria ເອົາໃຈໃສ່ຊຸກຍູ້ບັນດາການຮ່ວມມືຂອງລັດກັບຫວຽດນາມ ກວ່າອີກ, ສ້າງເງື່ອນໄຂໃຫ້ບັນດາທ້ອງຖິ່ນຫວຽດນາມ ໄປຊອກຮູ້ ແລະ ສ້າງການພົວພັນກັບລັດ, ແລະ ຢືນຢັນ: ຊົມເຊີຍບັນດາວິສາຫະກິດຂອງລັດມາດຳເນີນທຸລະກິດ, ລົງທຶນຢູ່ຫວຽດນາມ. ທ່ານນາງຮອງປະທານປະເທດກໍ່ສະເຫນີບັນດາການນຳລັດ Victoria ສ້າງເງື່ອນໄຂໃຫ້ການຈັດຕັ້ງບັນດາການເຄື່ອນໄຫວສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຢູ່ທ້ອງຖິ່ນ ເພື່ອແນໃສ່ເພີ່ມຄວາມເຂົ້າໃຈ ແລະ ຊຸກຍູ້ການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ