ທ່ານນາງຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງດົ່ງທາບ
ທ່ານນາງຮອງປະທານປະເທດຫງວຽນທິຢວານຕ້ອນຮັບ
ຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງດົ່ງທາບ
(ພາບ: TTXVN)
(vovworld) – ທີ່ການຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງດົ່ງທາບ ໃນຕອນບ່າຍວັນທີ 21/08, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຢືນຢັນວ່າ: ປະເທດຊາດບໍ່ມີວັນຫຼົງລືມບຸນຄຸນຂອງບັນດາຜູ້ທີ່ເສຍສະຫຼະເລືອດເນື້ອ, ບໍ່ຫວາດຫວັນຕໍ່ຄວາມຫຍຸ້ງຍາກ, ລຳບາດໃນສົງຄາມ, ໃຫ້ທຳການຕໍ່ສູ້ເພື່ອພື້ນຖານເອກະລາດ ຂອງປະເທດຊາດ. ໃນໄລຍະຜ່ານມາ, ພັກ, ລັດ ໄດ້ມີບັນດານະໂຍບາຍ, ລະບອບເພື່ອຕອບບູນແທນຄຸນສ່ວນໃດສ່ວນໜຶ່ງຂອງຜູ້ມີຄຸນງາມຄວາມດີ ແລະ ຄອບຄົວຂອງເຂົ້າເຈົ້າ. ທ່ານນາງຮອງປະທານປະເທດ ສະເໜີໃຫ້ແຂວງ ດົ່ງທາບ ປະຕິບັດບັນດາລະບອບ, ນະໂຍບາຍທີ່ມີຕໍ່ຜູ້ມີຄຸນງາມຄວາມດີຫຼາຍກ່ວາອີກ, ປະຕິບັດວຽກງານເບິ່ງແຍງດູແລ, ທ້ອນໂຮມອັດຖິນັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ກໍ່ສ້້າງ ແລະ ສ້ອມແປງເຮືອນຊານໃຫ້ຜູ້ມີຄຸນງາມຄວາມດີຫຼາຍກວ່າອີກ. ທ່ານນາງຮອງປະທານປະເທດ ປາດຖະໜາວ່າ, ບັນດາຜູ້ມີຄຸນງາມຄວາມດີ ຈະເປັນແບບຢ່າງເພື່ອສຶກສາອົບຮົມໃຫ້ລຸ້ນໜຸ່ມສ້າງສາບ້ານເກີດເມືອງນອນ, ສົມກັບການເສຍສະຫຼະຂອງລຸ້ນພໍ່ລຸ້ນອ້າຍ.