ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດເຮັດວຽກກັບແຂວງ ນິງທ້ວນ

(VOVWORLD) - ຕອນບ່າຍວັນທີ 16 ມິຖຸນາ, ຢູ່ ນະຄອນ ຟານຣາງ - ທາບຈ່າມ, ແຂວງນິງທ້ວນ. ຄະນະປະຕິບັດງານຂອງສະພາແຫ່ງຊາດໂດຍທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທີ່ຟ໊ອງ ນຳໜ້າໄດ້ເຮັດວຽກກັບການນຳ ແຂວງນິງທ້ວນ ກ່ຽວກັບສະພາບເສດຖະກິດ - ສັງຄົມໃນ 6 ເດືອນຕົ້ນປີ 2019 ກໍ່ຄືໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີນີ້.
ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດເຮັດວຽກກັບແຂວງ ນິງທ້ວນ - ảnh 1 ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທີ່ຟ໊ອງ ເຮັດວຽກກັບແຂວງ ນິງທ້ວນ (ພາບ: dangcongsan.vn)

         ທ່ານນາງຮອງປະທານສະພາແຫ່ງຊາດໄດ້ເຊີດຊູຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ຄວາມມານະພະຍາຍາມບືນຕົວຂຶ້ນຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນໃນແຂວງ. ຈາກນັ້ນເຮັດໃຫ້ແຂວງ ນິງທ້ວນ ບັນລຸໄດ້ບັນດາໝາກຜົນອັນຕັ້ງໜ້າ ຕາມເປົ້າໝາຍຂອງມະຕິທີ່ຄະນະພັກແຂວງໄດ້ວາງອອກ, ເປັນຕົ້ນແມ່ນເລື່ອງຍູ້ແຮງການປະຕິຮູບການບໍລິຫານ, ດຶງດູດການລົງທຶນ…

        ກ່ອນໜ້ານັ້ນ, ເມື່ອລົງຢ້ຽມຢາມອຳນາດການປົກຄອງ ແລະ ປະຊາຊົນ ຕາແສງບິ່ງເຟືອກ, ເມືອງ ນິງເຟືອກ, ທ່ານນາງຮອງປະທານປະຈຳສະພາແຫ່ງຊາດ ຕ່ອງທິຟ໊ອງ ປາດຖະໜາວ່າ ເມືອງນິງທ້ວນຈະບັນລຸ້ໄດ້ເປົ້າໝາຍກາຍເປັນເມືອງຊົນນະບົດໃໝ່ທຳອິດຂອງ ແຂວງນິງທ້ວນ ໂດຍໄວ. ເນື່ອງໃນໂອກາດນີ້, ທ່ານນາງ ຕ່ອງທິຟ໊ອງ ໄດ້ມອບຂອງຂວັນ 20 ພູດໃຫ້ແກ່ບັນດາຄອບຄົວຊົນເຜົ່າ ຈຳ ແລະ Raglai ທີ່ດີເດັ່ນໃນບໍລິເວນຕາແສງ ເຟືອກຮືວ, ເມືອງນິງເຟືອກ.

ຕອບກັບ

ຂ່າວ/ບົດ​ອື່ນ