ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິນເງິນ ຢ້ຽມຢາມຄອບຄົວນະໂຍບາຍຢູ່ເກາະຟຸ໋ກ໋ວກ

 ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິນເງິນ ຢ້ຽມຢາມຄອບຄົວນະໂຍບາຍຢູ່ເກາະຟຸ໋ກ໋ວກ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິນ​ເງິນ
ເຂົ້າ​ຮ່ວມ​ພິທີ​ມອບ​ນ້ຳນົມໃຫ້​ແກ່​ເດັກນ້ອຍ​ທຸກ​ຍາກ
(ພາບ: kiengiang.gov.vn)


(vovworld) - ​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 66 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບທີ່​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ (27/07), ວັນ​ທີ 22/07, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິນ​ເງິນ ພ້ອມ​ກັນ​ການ​ນຳ​ແຂວງ​ກຽນ​ຢາງ ​ໄດ້​ຖະຫວາຍ​ທູບ​ຖຽນຢູ່​ສຸສານ​ຮັກ​ຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຢ້ຽມຢາມ​ເຂດ​ປູຊະນີ​ຍະ​ສະ​ຖານຄຸກ​ຟຸ໋ກ໋ວກ, ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍທີ່​ດີ​ເດັ່ນ​ຢູ່​ເມືອງ​ເກາະ​ຟຸ໋ກ໋ວກ (​ແຂວງ​ກຽນ​ຢາງ). ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິນ​ເງິນ ​ໄດ້​ພ້ອມ​ກັບ​ທ່ານ ຢວານ​ເມົ້າ​ຢຽບ, ຮອງ​ລັດຖຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ; ການ​ນຳ​ແຂວງ ກຽນ​ຢາງ ​ເຂົ້າ​ຮ່ວມ​ພິທີ​ມອບ​ນ້ຳນົມ 40.000 ຈອກ ​ໃຫ້​ແກ່​ເດັກນ້ອຍ​ທຸກ​ຍາກ, ​ເດັກນ້ອຍ​​ໃນ​ຄອບຄົວ​ນະ​ໂຍບາຍ​ຢູ່​ເມືອງ​ເກາະ​ຟຸ໋ກ໋ວກ.
ຂ່າວ/ບົດ​ອື່ນ