ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຜູ້ອຳນວຍການທະນາຄານໂລກປະຈຳຫວຽດນາມ

ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຜູ້ອຳນວຍການທະນາຄານໂລກປະຈຳຫວຽດນາມ - ảnh 1
(​ຜູ້ອຳນວຍການ​ທະນາຄານ​ໂລກ​ Victoria Kwakwa)

(vovworld) –  ທີ່​ການ​ຕ້ອນຮັບ​ຜູ້ອຳນວຍການ​ທະນາຄານ​ໂລກ​ໃນ​ຕອນ​ບ່າຍ​ວັນ​ທີ 23/07, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິ​ນ ​ໄດ້​ຂອບ​ໃຈ​ທ່ານ​ນາງ Victoria Kwakwa ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ຕັ້ງໜ້າ​ຂົນຂວາຍ​ເພື່ອ​ໃຫ້​ຫວຽດນາມ ສືບ​ຕໍ່​ຮັກສາ​ແຫຼ່ງທຶນ​ກູ້​ຢືມບຸລິ​ມະ​ສິດຈາກ​ສະ​ຫະມາ​ຄົມ​ພັດທະນາ​ສາ​ກົນ​ສັງກັດ​ທະນາຄານ​ໂລກ (ທຶນ IDA), ​ໂດຍ​ສະ​ເພາະ​ແມ່ນ​ແຫຼ່ງ​ເງິນ​ລົງທຶນ, ພັດທະນາ​ພື້ນຖານ​ໂຄງ​ລ່າງ, ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ. ຕີ​ລາຄາ​ສູງ​ຍຸດ​ທະ​ສາດ​ຄູ່​ຮ່ວມ​ມື​ແຫ່ງ​ຊາດ​ຫວຽດນາມ - ທະນາຄານ​ໂລກ​​ໄລຍະ 2012 – 2016 ​ແລະ ​ເລື່ອງທະນາຄານ​ໂລກ​ໄດ້​ສະຫງວນ​ຈຳນວນ​ເງິນກູ້​ຢືມບຸລິມະສິດ 4,2 ຕື້ USD ​ໃຫ້​ແກ່​ຫວຽ​ດນາມ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ ​ແລະ ທະນາຄານ​ໂລກ ຈະ​ສືບ​ຕໍ່​​ພັດທະນາຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ອີກ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິ​ນ ສະ​ເໜີ​ໃຫ້​ທະນາຄານ​ໂລກ ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ປຶກສາ​ດ້ານ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ, ສັງຄົມ​ໃຫ້​ແກ່​ຫວຽດນາມ, ປະກອບສ່ວນ​ຊ່ວຍ​ຫວຽດນາມ ສຳ​ເລັດ​ບັນດາ​ຄາດໝາຍ​ພັດທະນາ​ຮອດ​ປີ 2020  ຜ່ານ​​ການ​ເຄື່ອນ​ໄຫວ​ທີ່​ປຶກສາ ​ແລະ ສະເໜີນະ​ໂຍບາຍ, ສະໜອງ​ບົດຮຽນ​ສາກົນ​ໃນ​ຂົງ​ເຂດ​ສ້າງ​ໂຄງປະກອບພື້ນຖານ​ເສດຖະກິດ​ຄືນ​ໃໝ່ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ໜູນ​ຊ່ວຍ​ວຽກ​ງານ​ຄົ້ນຄວ້າ ​ເປັນ​ເສນາ​ທິການ​ນະ​ໂຍບາຍ​​ຂອງ​ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ.

        ​ແບ່ງປັນ​ກັບ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິ​ນ ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ທະນາຄານ​ໂລກ, ທ່ານ​ນາງ Victoria Kwakwa  ຢືນຢັນ​ວ່າ ທະນາຄານ​ໂລກ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ວິວັດ​ການ​ພັດທະນາ, ຮ່ວມ​ມື​ກັບ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມສາມາດ​ຄຸ້ມ​ຄອງ ​ແລະ ສ້າງ​ກົດໝາຍ.

ຂ່າວ/ບົດ​ອື່ນ