ທ່ານນາຍົກລັດຖະມົນຕີ Nguyen Tan Dung ກ່າວຄຳປາໄສທີ່ ກອງປະຊຸມ ສຸດຍອດອາຊຽນ ຄັ້ງຕ່າງໆ
ວາລະປະຊຸມຄົບຄະນະກອງປະຊຸມສຸດຍອດອາຊຽນ 21
(ພາບ: baodientu.chinhphu.vn)
(VOV)- ວັນທີ 19/11, ຢູ່ກຳປູເຈຍ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ກ່າວບັນດາບົດດປາໄສສຳຄັນໃນຂອບເຂດກອງປະຊຸມສຸດຍອດອາຊຽນ+1 ກັບຈີນ, ຍີ່ປຸ່ນ, ສເກົາຫຼີ, ອິນເດຍ; ກອງປະຊຸມສຸດຍອດອາຊຽນ+3 ກັບສາມປະເທດຈີນ, ຍີ່ປຸ່ນ ແລະ ສເກົາຫຼີ ພ້ອມກັບກອງປະຊຸມສຸດຍອດສະເຫຼີມສະຫຼອງ 15 ປີແຫ່ງການຮ່ວມມືອາຊຽນ+3 ແລະ ກອງປະຊຸມສຸດຍອດອາຊຽນ-ອາເມລິກາ. ກ່າວປາໄສທີ່ກອງປະຊຸມສຸດຍອດອາຊຽນ+3 ກັບສາມປະເທດຈີນ, ຍູ່ປຸ່ນ ແລະ ສເກົາຫຼີ ທັງແມ່ນກອງປະຊຸມສຸດຍອດສະເຫຼີມສະຫຼອງ 15 ປີແຫ່ງການຮ່ວມມືອາຊຽນ+3, ທ່ານນາຍົກລັດຖະມົນຕີ Nguyen Tan Dung ເນັ້ນໜັກວ່າ:
“ກອງປະຊຸມສຸດຍອດສະເຫຼີມສະຫຼອງ 15 ປີແຫ່ງການຮ່ວມມືອາຊຽນ+3 ມີຄວາມໝາຍສຳຄັນພິເສດຍ້ອນວ່າ, ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາຢັ້ງຢືນຄືນບັນດາຫຼັກການພື້ນຖານ, ກຳນົດທິດເພື່ອໃຫ້ການຮ່ວມມືອາຊຽນ+3 ກ້າວເຂົ້າສູ່ລວງເລິກ ແລະ ແທດຈິງກ່ວາ. ຂ້າພະເຈົ້າສະເໜີວ່າພວກເຮົາຕ້ອງສຸມແຫຼ່ງກຳລັງເພື່ອຜັນຂະຫຍາຍແຜນປະຕິບັດງານຮ່ວມມືອາຊຽນ+3 ໄລຍະ 2007-2017 ຢ່າງມີປະສິດທິຜົນ ແລະ ຄົ້ນຄ້ວາຜັນຂະຫຍາຍການຊຸກຍູ້ການຮ່ວມມື, ມຸ້ງໄປເຖິງການສ້າງປະຊາຄົມອາຊີຕາເວັນອອກ“
ກ່າວຄຳເຫັນທີ່ບັນດາວາລະປະຊຸມສຸເຍອດອາຊຽນ ກັບບັນດາຄູ່ຮ່ວມມື, ທ່ານນາຍົກລັດຖະມົນຕີ Nguyen Tan Dung ສະເໜີໃຫ້ບັນດາຄູ່ຮ່ວມມືຈົ່ງສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍອາຊຽນ, ຮ່ວມມືກັນໃນການພັດທະນາອະນຸພາກພື້ນແມ່ນ້ຳຂອງ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ເນັ້ນໜັກເຖິງເລື່ອງສະໜັບສະໜູນຝ່າຍຕ່າງໆທີ່ກ່ຽວຂ້ອງ ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະ ຄົບຖ້ວນ, ຖະແຫຼງການກ່ຽວກັບຫຼັກການ 6 ຂໍ້ຂອງອາຊຽນ ແລະ ບັນລຸໄດ້ປະມວນຂໍ້ດຳນົດກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໂດຍໄວ.