ທ່ານນາຍົກລັດຖະມົນຕີ Nguyen Tan Dung ດຳເນີນການພົບປະຕ່າງໆຢູ່ຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີ Nguyen Tan Dung ດຳເນີນການພົບປະຕ່າງໆຢູ່ຍີ່ປຸ່ນ - ảnh 1
( ທ່ານ​ນາຍົກລັດຖະ​ມົນຕີ Nguyen Tan Dung 
ພົບປະກັບອະດີດ​ນາຍົກລັດຖະມົນຕີຍີ່ປຸ່ນ )


( vovworld ) –   ​ໃນ​ຂອບ​ເຂດ​ລາຍການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ແມ່​ຂອງ - ຍີ່​ປຸ່ນ ຄັ້ງ​ທີ 4 ​ເຊິ່ງດຳ​ເນີນ​ໄປ​ຢູ່ ​ໂຕ​ກ່ຽວ, ປະ​ເທດ​ຍີ່ປຸ່ນ, ຕອນ​ເຊົ້າ​ວັນ​ທີ 20/4, ທ່ານ​ນາຍົກລັດຖະ​ມົນຕີ Nguyen Tan Dung ​ໄດ້​ດຳ​ເນີນ​ການ​ພົບ​ປະ​ທີ່ສຳຄັນ​ກັບ​ບັນດາ​ນັກ​ການ​ເມືອງ, ກຸ່ມບໍລິສັດ, ອົງການ​ເສດຖະກິດ​ໃຫຍ່ຕ່າງໆ​ຂອງ​ຍີ່ປຸ່ນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ. ​ໃນ​ການຕ້ອນຮັບ​ທ່ານ​ອະດີດ​ນາຍົກລັດຖະມົນຕີຍີ່ປຸ່ນ Yukio Hatoyama ​ແລະ ບັນດາ​ສະມາຊິກ​ສະ​ພາຂອງ ​ສະຫະພັນສະມາຊິກ​ສະ​ພາມິດຕະພາບ​ຍີ່ປຸ່ນ - ຫວຽດນາມ, ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຢືນຢັນ​ວ່າ; ​ຫວຽ​ດນາມ ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນຮ່ວມ​ມື​ກັບ​ຍີ່ປຸ່ນ ​ເຊິ່ງ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜື່ງຂອງ​ຫວຽດນາມ ກວ່າ​ອີກ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​​ຍຸດ​ທະ​ສາດ​ຄື ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ສ້າງສຳ​ເລັດ​ກົນ​ໄກ​ເສດຖະກິດການ​ຕະຫຼາດ, ພັດທະນາ​ພື້ນຖານ​ໂຄງ​ລ່າງ… ທ່ານ​ອະດີດ​ນາຍົກລັດຖະມົນຕີ ​ແລະ ບັນດາ​ສະມາຊິກ​ສະພາ ​​ເຊື້ອ​ໝັ້ນ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ, ​ໂດຍ​ສະ​ເພາະ​ແມ່ນ​ຜັນ​ຂະຫຍາຍ​ບັນດາ​​ໂຄງການ​ໃຫຍ່​ເຊິ່ງສອງ​ຝ່າຍ​ໄດ້​ຕົກລົງ​ນຳ​ກັນຢ່າງ​ມີ​ປະສິດທິ​ຜົນ, ພ້ອມ​ກັນ​ນັ້ນ​ກໍ​ຢືນຢັນສືບ​ຕໍ່ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ເວົ້າ​ສະ​ເພາະຢ່າງ​ຕັ້ງໜ້າ ​.

​ໃນຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ການ​ນຳ​ທະນາຄານ​ສາກົນ​ຍີ່ປຸ່ນ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຍີ່​ປຸ່ນ, ປະທານ​ອົງການ​ພົວພັນ​ຕ່າງປະ​ເທດປະຊາຊົນ​ຍີ່ປຸ່ນ ​ແລະ ປະທານ​ອົງການ​ຮ່ວມ​ມື​ສາກົນຍີ່ປຸ່ນ.

ແລະ​ກໍ່​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ຢູ່​ວັງ​ຍີ່ປຸ່ນ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ພ້ອມ​ກັບ​ຫົວໜ້າ​ບັນດາ​ປະ​ເທດ​​ເຂດ​ລຸ່ມແມ່ນ​ນ້ຳ​ຂອງ​ຄື; ກຳ​ປຸ​ເຈຍ, ລາວ, ມ້ຽນ​ມາ, ​ໄທ ​ເຂົ້າ​ຮ່ວມ​ງານ​ດື່ມ​ນ້ຳ​ຊາ​​ໂດຍ​ເຈົ້າ​ຈັດ​ກະ​ພັດຍີ່​ປຸ່ນ Akihito ​ເປັນ​​ເຈົ້າ​ພາບ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເນັ້ນ​ໜັກ​ວ່າ, ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ພັດທະນາ​ຢ່າງ​ດີງາມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລຍະ​ທີ່​ສອງ​ປະ​ເທດ​ຍົກ​ສູງ​ການ​ພົວພັນ​ຂຶ້ນ​ສູ່​ລະດັບການ​ພົວພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດ. ຫວຽດນາມ ​ແລະ ຍີ່ປຸ່ນ ​ໄດ້​ເຫັນ​ດີ​​ເລືອກ​ເອົາປີ 2013 ​ເປັນ​ປີ​ມິດຕະພາບ​ຫວຽ​ດນາມ - ຍີ່​ປຸ່ນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ.

ໃນ​ຕອນ​ຄໍ່າ​ວັດ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Yoshihiki Noda ​ໄດ້​ຈັດງານ​ລ້ຽງຮັບຮອງ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ຫົວໜ້າ​ຄະນະຜູ້​ແທນ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນແມ່​ນ້ຳຂອງ​ເຂົ້າ​ຮ່ວມ​ກ​ອງປະຊຸມ​ສຸດ​ຍອດແມ່​ຂອງ - ຍີ່ປຸ່ນ ຄັ້ງ​ທີ 4.

ຂ່າວ/ບົດ​ອື່ນ