ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ບາ Manuel Marrero Cruz ຈະ​ຢ້ຽມ​ຢາມ ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ

(VOVWORLD) -ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ຈະນຳພາຄະນະຜູ້ແທນຂັ້ນສູງ ກູບາ ເດີນທາງໄປຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ ແຕ່ວັນທີ 4 ຕຸລາ - 6 ຕຸລາ 2022.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ບາ Manuel Marrero Cruz ຈະ​ຢ້ຽມ​ຢາມ ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen, ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ຈະນຳພາຄະນະຜູ້ແທນຂັ້ນສູງ ກູບາ ເດີນທາງໄປຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ ແຕ່ວັນທີ 4 ຕຸລາ - 6 ຕຸລາ 2022.

ຕາມຖະແຫຼງການຂອງກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ແລ້ວ, ວັນທີ 1 ຕຸລາ, ໃນການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການຄັ້ງນີ້, ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ຈະໂອ້ລົມສົນທະນາສອງຝ່າຍກັບທ່ານນາຍົກລັດຖະມົນຕີ Hunsen ແລະ ການນຳສອງທ່ານຈະເປັນສັກຂີພິຍານພິທີລົງນາມໃນເອກະສານເປີດກວ້າງການຮ່ວມມືສອງຝ່າຍໃນບັນດາຂົງເຂດການຄ້າ, ການສຶກສາ ແລະ ວັດທະນະທຳ, ກໍຄືບາງຂົງເຂດອື່ນໆ. ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ກໍຈະເຂົ້າຢ້ຽມຂ່ຳນັບ ເຈົ້າຊີວິດ ກຳປູເຈຍ Norodom Sihamoni; ເຂົ້າຢ້ຽມຂ່ຳນັບປະທານສະພາສູງ Say Chhum ແລະ ປະທານສະພາແຫ່ງຊາດ Heng Samrin…

ນັກຂ່າວ VOV ປະຈຳ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ