ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫຼີ​ຊຽນ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ​ໄປຢ້ຽມ​ຢາມ​ປະ​ເທດ ຈີນ ຢ່າງ​ເປັນ​ທາງ​ການ

(VOVWORLD) - ຕອນເຊົ້າວັນທີ 26 ມິຖຸນາ, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມ ຈີນ ຢ່າງເປັນທາງການ ຖືກຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງ ປັກກິ່ງ, ໂດຍທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ເປັນປະທານ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫຼີ​ຊຽນ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ​ໄປຢ້ຽມ​ຢາມ​ປະ​ເທດ ຈີນ ຢ່າງ​ເປັນ​ທາງ​ການ - ảnh 1ນາຍົກລັດຖະມົນຕີ 2 ທ່ານ ໄດ້ຂຶ້ນເວທີກຽດຕິຍົດ ທຳພິທີເຄົາລົບທຸງຊາດ (ພາບ: VOV)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ແນະນຳຄະນະຜູ້ແທນຂັ້ນສູງສອງປະເທດ. ນາຍົກລັດຖະມົນຕີ 2 ທ່ານ ໄດ້ຂຶ້ນເວທີກຽດຕິຍົດ ທຳພິທີເຄົາລົບທຸງຊາດ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫຼີຊຽນ ເຊີນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຍ່າງກວດກອງກຽດຕິຍົດ.

        ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫຼີຊຽນ ນຳໜ້າຄະນະຜູ້ແທນຂັ້ນສູງ ຈີນ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ດຳເນີນການພົບປະເຈລະຈາ. ນີ້ແມ່ນການຢ້ຽມຢາມ ຈີນ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ແລະ ກໍແມ່ນການຢ້ຽມຢາມ ຈີນ ຢ່າງເປັນທາງການຄັ້ງທຳອິດຂອງນາຍົກລັດຖະມົນຕີ ຫວຽດນາມ ພາຍຫຼັງໄລຍະເວລາ 7 ປີ. ການຢ້ຽມຢາມຖືກດຳເນີນເພື່ອແນໃສ່ຫັນໝາກຜົນການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນທ້າຍປີ 2022 ເປັນລະອຽດ. ສອງຝ່າຍ ຈະທົບທວນຄືນບັນດາໝາກຜົນການຮ່ວມມືທີ່ບັນລຸໄດ້ໃນໄລຍະຜ່ານມາ, ວາງອອກທິດທາງ, ໜ້າທີ່ ເພື່ອປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືໃນໄລຍະຈະມາເຖິງ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ