ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກ ຄະລັດຖະທູດອີນເດຍ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກ ຄະລັດຖະທູດອີນເດຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​ຕ້ອນຮັບ​
ທ່ານ​ເອກ​ອັກຄະ​ລັດຖະທູດ​ອີນ​ເດຍ Ranjit Rae
(ພາບ: chinhphu.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 14 ສິງຫາ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ອີນ​ເດຍ Ranjit Rae ​ເຂົ້າ​ຢ້ຽມ​ອຳ​ລາ ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ໜ້າ​ທີ່ການ​ທູດ​ຢູ່​ຫວຽດນາມ. ຢູ່​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ​ ຍາມ​ໃດ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ​ ​ແລະ ຢາກ​ພ້ອມ​ກັບ​ອີນ​ເດຍ ສືບ​ຕໍ່​ມານະ​ພະຍາຍາມ​​ເຮັດ​ໃຫ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ​ເພື່ອຜົນ​ປະ​ໂຫຍ​ດ​ການ​ພັດທະນາ​ລວມຂອງທັງ 2 ປະ​ເທດ ​ແລະ ​ເພື່ອ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ທ່ານ​ນາຍົກລັດຖະມົນຕີ ຖື​ວ່າ, 2 ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ​, ​ແລກປ່ຽນ​ການ​ຄ້າ, ການ​ລົງທຶນ​ກວ່າ​ອີກ; ສະ​ເໜີ​ໃຫ້​ອີນ​ເດຍ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ສິນ​ຄ້າ​ຫວຽດນາມ ​ແຊກ​ຊືມ​ເຂົ້າ​ຕະຫຼາດ​ອີນ​ເດຍ ຢ່າງ​ງ່າຍ​ກ່ວາ. ທ່ານ​ນາຍົກລັດຖະມົນຕີ ກໍ່​ສະ​ເໜີ​ໃຫ້ 2 ຝ່າຍ ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ພົບ​ປະ​ແລກປ່ຽນ​ປະຊາຊົນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ບົນ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ​ກວ່າ​ອີກ; ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ສຶກສາ, ວັດທະນະທຳ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ... ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ, ຫວຽດນາມ​ ສະໜັບສະໜູນ​ນະ​ໂຍບານ​ມຸ່ງ​ໄປ​ສູ່ທິດຕາ​ເວັນ​ອອກ​ຂອງ​ອີນ​ເດຍ.
ຂ່າວ/ບົດ​ອື່ນ