ທ່ານນາຍົກລັດຖະມົນຕີ ຟ້າມິນຈິງ ພົບປະກັບປະທານສະພາຕ່ຳ ສະວິດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ປາດຖະໜາວ່າ, ປະທານ ແລະ ສະພາຕ່ຳ ສະວິດ ຊຸກຍູ້, ສະໜັບສະໜູນ, ສົ່ງເສີມບັນດາວິສາຫະກິດ ສະວິດ ມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມິນຈິງ ພົບປະກັບປະທານສະພາຕ່ຳ ສະວິດ - ảnh 1(ທີ່ການພົບປະ)

        ຕອນບ່າຍວັນທີ 30 ມິຖຸນາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການພົບປະກັບປະທານສະພາຕ່ຳ ສະວິດ Martin Candinas, ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ປາດຖະໜາວ່າ, ປະທານ ແລະ ສະພາຕ່ຳ ສະວິດ ຊຸກຍູ້, ສະໜັບສະໜູນ, ສົ່ງເສີມບັນດາວິສາຫະກິດ ສະວິດ ມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດເຊິ່ງ ສະວິດ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ, ຄື: ການເງິນ - ທະນາຄານ, ການຢາ, ພະລັງງານທົດແທນ, ການບໍລິການທ່ອງທ່ຽວ… ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງຄວາມອຳນວຍສະດວກໃຫ້ແກ່ບັນດາວິສາຫະກິດຂອງ ສະວິດ ເປີດກວ້າງການລົງທຶນ, ດຳເນີນທຸລະກິດຢ່າງຍາວນານຢູ່ ຫວຽດນາມ.

        ທ່ານນາຍົກລັດຖະມົນຕີສະເໜີໃຫ້ ສະວິດ ສືບຕໍ່ຊຸກຍູ້ເລື່ອງສິ້ນສຸດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ສະມາຄົມກຸ່ມການຄ້າເສລີ ເອີລົບ (EFTA) ໂດຍໄວ. ຍາມໃດ ຫວຽດນາມ ກໍ່ພ້ອມແລ້ວຈະສົມທົບກັບ ສະວິດ ກໍຄືບັນດາປະເທດສະມາຊິກອື່ນໃນກຸ່ມ EFTA ເພື່ອຮັດແຄບຊ່ອງຫວ່າງສຳລັບບັນດາເນື້ອໃນທີ່ຍັງຄົງຕົວລະຫວ່າງ 2 ຝ່າຍໂດຍໄວ.

        ສ່ວນທ່ານປະທານສະພາຕ່ຳ ສະວິດ Martin Candinas ຢືນຢັນວ່າ, ສະວິດ ຈະສືບຕໍ່ໃຫ້ບຸລິມະສິດແກ່ ຫວຽດນາມ ກ່ຽວກັບການໜູນຊ່ວຍພັດທະນາ, ຊຸກຍູ້ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດກັບ ຫວຽດນາມ. ສະວິດ ເອົາໃຈໃສ່ ແລະ ປາດຖະໜາຢາກລົງນາມໃນສັນຍາການຄ້າເສລີ ຫວຽດນາມ - EFTA ໂດຍໄວ, ຫວັງວ່າ 2 ຝ່າຍສາມາດລົງນາມໃນປີຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ