ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຜັນ​ຂະ​ຫຍາຍ​ວຽກ​ງານ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດກັບ​ຕ່າງ​ປະ​ເທດ ຢ່າງ​ຄົ​ບ​ຊຸດ, ຮອບ​ດ້ານ ແລະ ມີ​ປະ​ສິດ​ທິ​ຜົນ

(VOVWORLD) - ໃນໄລຍະຈະມາເຖິງ, ສະພາບການໂລກ, ພາກພື້ນຄາດວ່າສືບຕໍ່ມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກອງທັບຕ້ອງສືບຕໍ່ຍົກສູງຄຸນນະພາບສັງລວມ, ຄວາມສາມາດໃນການຕໍ່ສູ້
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຜັນ​ຂະ​ຫຍາຍ​ວຽກ​ງານ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດກັບ​ຕ່າງ​ປະ​ເທດ ຢ່າງ​ຄົ​ບ​ຊຸດ, ຮອບ​ດ້ານ ແລະ ມີ​ປະ​ສິດ​ທິ​ຜົນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: qdnd.vn)

ຕອນເຊົ້າວັນທີ 5 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມການທະຫານ ແລະ ການເມືອງທົ່ວກອງທັບ, ຕີລາຄາວຽກງານຊີ້ນຳ, ນຳພາໜ້າທີ່ການທະຫານ, ການປ້ອງກັນຊາດ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2023. ກອງປະຊຸມໂດຍຄະນະພັກກອງທັບສູນກາງ, ກະຊວງປ້ອງກັນປະເທດຈັດຂຶ້ນເພື່ອແນໃສ່ເຊື່ອມຊືມ, ຫັນເປັນລະອຽດ ແລະ ເຮັດໃຫ້ແຈ້ງບັນດາການຊີ້ນຳນຳພາຂອງທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ , ເລຂາຄະນະພັກກອງທັບສູນກາງ ຢູ່ກອງປະຊຸມຄະນະພັກກອງທັບສູນກາງຄັ້ງທີ 6.

ກ່າວຄຳເຫັນຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ຂໍ້ສັງເກດວ່າ ໃນໄລຍະຈະມາເຖິງ, ສະພາບການໂລກ, ພາກພື້ນຄາດວ່າສືບຕໍ່ມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກອງທັບຕ້ອງສືບຕໍ່ຍົກສູງຄຸນນະພາບສັງລວມ, ຄວາມສາມາດໃນການຕໍ່ສູ້, ຮັກສາລະບົບກຽມພ້ອມ ສູ້ຮົບຢ່າງເຂັ້ມງວດ, ຄຸ້ມຄອງເຂດນ່ານຟ້າ, ເຂດທະເລ, ຊາຍແດນ, ເຂດດິນຕໍ່ແຜ່ນ, ເຄືອຂ່າຍອິນເຕີເນັດໃຫ້ໝັ້ນຄົງໜັກແໜ້ນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກອງທັບເປັນເຈົ້າການ, ຕັ້ງໜ້າ, ຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການພົວພັນດ້ານປ້ອງກັນຊາດກັບຕ່າງປະເທດຢ່າງຄົບຊຸດ, ຮອບດ້ານ ແລະ ມີປະສິດທິຜົນ, ທ່ານຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນການປະຕິບັດນະໂຍບາຍປ້ອງກັນຊາດ 4 ບໍ່: ບໍ່ເຂົ້າຮ່ວມສຳພັນທະມິດການທະຫານ, ບໍ່ຮ່ວມມຕໍ່ກັບປະເທດນີ້ຕ້ານປະເທດອື່ນ, ບໍ່ອະນຸຍາດໃຫ້ຕ່າງປະເທດຕັ້ງຖານທີ່ໝັ້ນການທະຫານ ຫຼື ນຳໃຊ້ຜືນແຜ່ນດິນເພື່ອຕ້ານປະເທດອື່ນ, ບໍ່ນຳໃຊ້ອາວຸດ ຫຼືນາບຂູ່ນຳໃຊ້ອາວຸດ.

ຕອບກັບ

ຂ່າວ/ບົດ​ອື່ນ