ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່ແຂວງ ນິງ​ບິງ

(VOVWORLD) - ເປົ້າໝາຍສັງລວມກ່ຽວກັບແຜນຜັງແຂວງ ແມ່ນຮອດປີ 2030, ນິງບິງ ຈະແມ່ນແຂວງທີ່ຢູ່ໃນລະດັບດີ, ແມ່ນຂົ້ນເຕີບໂຕຂອງບັນດາແຂວງຢູ່ທາງທິດໃຕ້ ເຂດທົ່ງພຽງແມ່ນ້ຳແດງ, ບັນລຸບັນດາມາດຖານຂອງນະຄອນຂຶ້ນກັບສູນກາງ ໂດຍພື້ນຖານ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່ແຂວງ ນິງ​ບິງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 28 ພຶດສະພາ, ຢູ່ນະຄອນ ນິງບິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມປະກາດແຜນຜັງແຂວງ ນິງບິງ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ເພື່ອແນໃສ່ພັດທະນານິງບິງ ໂດຍໄວ, ຍືນຍົງ, ກາຍເປັນຕົວເມືອງມໍລະດົກ, ນະຄອນອັດສະລິຍະ ແລະ ຂົ້ວເຕີບໂຕຂອງບັນດາແຂວງທາງທິດໃຕ້ ເຂດທົ່ງພຽງແມ່ນ້ຳແດງ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ເປົ້າໝາຍສັງລວມກ່ຽວກັບແຜນຜັງແຂວງ ແມ່ນຮອດປີ 2030, ນິງບິງ ຈະແມ່ນແຂວງທີ່ຢູ່ໃນລະດັບດີ, ແມ່ນຂົ້ນເຕີບໂຕຂອງບັນດາແຂວງຢູ່ທາງທິດໃຕ້ ເຂດທົ່ງພຽງແມ່ນ້ຳແດງ, ບັນລຸບັນດາມາດຖານຂອງນະຄອນຂຶ້ນກັບສູນກາງ ໂດຍພື້ນຖານ ດ້ວຍ ລັກສະນະພິເສດແມ່ນ ຕົວເມືອງມໍລະດົກ ສະຫັດສະວັດ, ນະຄອນປະດິດຄິດສ້າງ. ຮອດປີ 2035, ແຂວງ ນິງບິງ ຈະກາຍເປັນນະຄອນຂຶ້ນກັບສູນກາງ ດ້ວຍລັກສະນະພິເສດແມ່ນ ຕົວເມືອງມໍລະດົກ ສະຫັດສະວັດ; ສູນ Startup ນະວັດຕະກຳ… ເພື່ອປະຕິບັດເປົ້າໝາຍນັ້ນໃຫ້ປະກົດຜົນເປັນຈິງ, ແຂວງ ນິງບິງຕ້ອງສຸມໃສ່ລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ ເພື່ອແນໃສ່ຊຸກຍູ້ບັນດາກຳລັງໜູນການເຕີບໂຕທີ່ມີຢູ່ແລ້ວ (ການລົງທຶນ, ການສົ່ງອອກ, ການບໍລິໂພກ); ບັນດາກຳລັງໜູນການເຕີບໂຕໃໝ່ທີ່ມີລັກສະນະບຸກທະລຸ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດ, ນັກລົງທຶນສ້າງຍຸດທະສາດດຳເນີນທຸລະກິດຍາວນານ, ຍືນຍົງ, ປະຕິບັດຖືກຕ້ອງຕາມສັນຍາການລົງທຶນ, ຂໍ້ຕົກລົງຮ່ວມມື; ຖືກຕ້ອງຕາມການກຳນົດທິດ, ບຸລິມະສິດຕາມແຜນຜັງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່ແຂວງ ນິງ​ບິງ - ảnh 2ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ສຳຫຼວດໂຄງການເສັ້ນທາງຕາເວັນອອກ - ຕາເວັນຕົກ
(ພາບ:VOV)

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງສຳຫຼວດບາງຮາກຖານເສດຖະກິດ - ສັງຄົມ, ກິດຈະກຳພື້ນຖານໂຄງລ່າງຈຸດສຸມຂອງແຂວງນິງບິ່ງ.

        ເມື່ອຢ້ຽມຢາມບໍລິສັດຫຸ່ນສ່ວນສະບຽງອາຫານສົ່ງອອກ ດົ່ງຢາວ (Doveco), ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ, ກຳມະກອນ, ຜູ້ອອກແຮງງານຂອງບໍລິສັດສືບຕໍ່ລົງທຶນນຳໃຊ້ເຄື່ອງກົນຈັກເຂົ້າໃນການຜະລິດ, ປັບປຸງວິທະຍາສາດເຕັກນິກ, ເພີ່ມສະມັດຕະພາບການອອກແຮງງານ; ຫັນປ່ຽນແນວພັນດ້ວຍສະມັດຕະພາບ, ຄຸນນະພາບດີກ່ວາ, ໄລຍະເຕີບໂຕສັ້ນກ່ວາ…

        ເມື່ອສຳຫຼວດພື້ນທີ່ຕົວຈິງ ແລະ ມອບຂອງຂວັນໃຫ້ແກ່ບັນດາຫົວໜ່ວຍກໍ່ສ້າງໂຄງການເສັ້ນທາງຕາເວັນອອກ - ຕາເວັນຕົກ; ແຂວງນິງບິ່ງ (ໄລຍະ I), ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາຫົວໜ່ວຍສືບຕໍ່ຄວບຄຸມຄວາມຄືບໜ້າ, ຍົກສູງຄຸນນະພາບໂຄງການ; ສະເໜີແຂວງນິງບິ່ງ ແລະ ບັນດາແຂວງໃນເຂດຄົ້ນຄ້ວາກໍ່ສ້າງບັນດາເສັ້ນທາງເຊື່ອມຕໍ່ກັບເສັ້ນທາງຕາເວັນອອກ - ຕາເວັນຕົກແຂວງນິງບິ່ງ ເພື່ອເພີ່ມລັກສະນະຮ່ວມສຳພັນເສດຖະກິດ - ສັງຄົມ, ການທ່ອງທ່ຽວ, ການພົວພັນປະຊາຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ