ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ 3 ຂອດບຸກທະລຸ ແລະ ການເພີ່ມທະວີ 3 ປະການໃຫ້ແກ່ການພົວພັນ ອາຊຽນ - ອົດສະຕາລີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊົມເຊີຍເລື່ອງ ອົດສະຕາລີ ໄດ້ເພີ່ມຈຳນວນເງິນເພີ່ມຕື່ມກວ່າ 146 ລ້ານ USD ໃຫ້ແກ່ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ 3 ຂອດບຸກທະລຸ ແລະ ການເພີ່ມທະວີ 3 ປະການໃຫ້ແກ່ການພົວພັນ ອາຊຽນ - ອົດສະຕາລີ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ)

        ຕອນເຊົ້າວັນທີ 06 ມີນາ (ຕາມເວລາທ້ອງຖິ່ນ), ຢູ່ Melbourne, ປະເທດ ອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ອາຊຽນ - ອົດສະຕາລີ (1974 – 2024).

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊົມເຊີຍເລື່ອງ ອົດສະຕາລີ ໄດ້ເພີ່ມຈຳນວນເງິນເພີ່ມຕື່ມກວ່າ 146 ລ້ານ USD ໃຫ້ແກ່ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ສ້າງກອງທຶນລົງທຶນມີມູນຄ່າກວ່າ 1,3 ຕື້ USD ແລະ ປະກາດຂໍ້ລິເລີມຫຼາຍຢ່າງ ເພື່ອຊຸກຍູ້ດ້ານການຄ້າ - ການລົງທຶນກັບບັນດາປະເທດ ອາຊຽນ.

        ຕີລາຄາສູງຄວາມສາມາດບົ່ມຊ້ອນຮ່ວມມືຢ່າງໃຫຍ່ຫຼວງລະຫວ່າງ 2 ຝ່າຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີ 3 ຂອດບຸກທະລຸ ແລະ ການເພີ່ມທະວີ 3 ປະການໃຫ້ແກ່ການພົວພັນ ອາຊຽນ - ອົດສະຕາລີ ໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, 3 ຂອດບຸກທະລຸ, ລວມມີ: ບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ບຸກທະລຸໃນການຮ່ວມມືພັດທະນາແຫຼ່ງຊັບພະນາກອນມະນຸດ; ບຸກທະລຸໃນການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ມຸ່ງໄປເຖິງຄວາມສາມາດເຈລະຈາສັນຍາເສດຖະກິດດີຈີຕອນ ອາຊຽນ - ອົດສະຕາລີ.

        ການເພີ່ມທະວີ 3 ປະການເຊິ່ງທ່ານນາຍົກລັດຖະມົນຕີສະເໜີ, ລວມມີ: ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮ່ວມມືຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ; ເພີ່ມທະວີການຮ່ວມມືເຂດອະນຸພາກພື້ນ, ຮັດແຄບໄລຍະຫ່າງການພັດທະນາ; ເພີ່ມທະວີການຮ່ວມມືດ້ານວັດທະນະທຳ ແລະ ພົວພັນແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ