ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ອາ​ຊຽນ ຈະ​ແມ່ນ​ຈຸດ​ໃຈ​ກາງ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ

(VOVWORLD) -  ຕອນບ່າຍວັນທີ 17 ມັງກອນ, ຕາມເວລາທ້ອງຖິ່ນ ຢູ່ Davos, ປະເທດ ສະວິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນຖານະເປັນນັກປາຖະກະຖາຕົ້ນຕໍຂອງວາລະປຶກສາຫາລື ພາຍໃຕ້ຫົວຂໍ້ “ບົດຮຽນຈາກ ອາຊຽນ” ໃນຂອບເຂດກອງປະຊຸມເວທີປາໄສເສດຖະກິດໂລກ (WEF) Davos 2024. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ອາ​ຊຽນ ຈະ​ແມ່ນ​ຈຸດ​ໃຈ​ກາງ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ວາລະປຶກສາຫາລື ດ້ວຍຫົວຂໍ້   “ບົດຮຽນຈາກ ອາຊຽນ”  (ພາບ: TTXVN)

ທີ່ວາລະປຶກສາຫາລື, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງ 3 ປັດໄຈສຳຄັນທີ່ນຳມາເຊິ່ງຜົນງານການພັດທະນາຂອງ ອາຊຽນ ໃນປັດຈຸບັນ: ທີໜຶ່ງແມ່ນ, ສາມັກຄີເປັນເອກະພາບໃນຄວາມຫຼາກຫຼາຍ; ທີສອງແມ່ນ, ເສີມຂະຫຍາຍລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງສະມາຄົມ ແລະ ຂອງແຕ່ລະປະເທດ; ທີສາມແມ່ນ, ຊຸກຍູ້ການພັດທະນາແບບກວມລວມ, ຮອບດ້ານ, ຖືປະຊາຊົນເປັນເຈົ້າກຳ, ເປັນໃຈກາງ, ເປັນເປົ້າໝາຍ ແລະ ກຳລັງໜູນຂອງການພັດທະນາ. ແຕ່ລະປະເທດສະມາຊິກ ອາຊຽນ ພ້ອມກັນປະກອບສ່ວນເຂົ້າໃນການພັດທະນາລວມຂອງ ອາຊຽນ ພ້ອມທັງ ເສີມຂະຫຍາຍກຳລັງບົ່ມຊ້ອນທີ່ເປັນເອກະລັກສະເພາະ, ໂອກາດພົ້ນເດັ່ນ, ທ່າໄດ້ປຽບແກ້ງແຍ້ງ ແລະ ກຳລັງຄວາມສາມາດຂອງແຕ່ລະປະເທດ ໄປຄຽງຄູ່ກັບການຮັບປະກັນການແກ້ງແຍ້ງ, ກົດເກນການສະໜອງ ແລະ ຄວາມຕ້ອງການຂອງຕະຫຼາດ.

        ກ່ຽວກັບວິໄສທັດຂອງ ອາຊຽນ ໃນໄລຍະ 5 – 10 ປີ ຂ້າງໜ້າແມ່ນ ຈະເປັນສະມາຄົມທີ່ມີຄວາມສາມັກຄີ, ເປັນເອກະພາບ ແລະ ເປັນຈຸດໃຈກາງການເຕີບໂຕຂອງເສດຖະກິດໂລກ, ເປັນພາກພື້ນທີ່ມີບັນດາພື້ນຖານເສດຖະກິດພັດທະນາ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ.

        ບັນດານັກປະຖະກະຖາໄດ້ເນັ້ນໜັກເປັນຫຼາຍຄັ້ງ ແລະ ສະແດງຄວາມເຫັນດີເຫັນພ້ອມກັບຄຳເຫັນ, ທັດສະນະ ແລະ ວິໄສທັດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບວິທີການຍາດແຍ່ງໂອກາດ ກໍຄື ຮັບມືກັບບັນດາສິ່ງທ້າທາຍໃນວິວັດທະນາການເຊື່ອມໂຍງ, ຮ່ວມມື ພ້ອມກັນຍາດເອົາໄຊຊະນະຂອງ ອາຊຽນ; ຢັ້ງຢືນຄວາມສາມັກຄີ, ເປັນເອກະພາບໃນ ອາຊຽນ, ຕົກລົງເຫັນດີຮັກສາວິທີການສຳຜັດຢ່າງພາວະວິໄສ, ຍຸຕິທຳ, ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ ປະກອບສ່ວນເຂົ້າໃນວິວັດທະນາການຫັນເປັນໂລກາພິວັດ.

        ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ