ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄົບ​ຄະ​ນະ ກ່ຽວ​ກັບ​ການ​ທູດ​ເສດ​ຖະ​ກິດ ຢູ່ກອງ​ປະ​ຊຸມ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 32

(VOVWORLD) - ກອງປະຊຸມຄົບຄະນະໄດ້ສຸມໃສ່ປຶກສາຫາລືສອງບັນຫາໄດ້ ຕີລາຄາ ແລະ ຄາດຄະເນສະພາບການເສດຖະກິດສາກົນ, ເປັນຕົ້ນແມ່ນເຮັດໃຫ້ແຈ້ງບັນດາການເຄື່ອນໄຫວທີ່ມີລັກສະນະບາດລ້ຽວ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄົບ​ຄະ​ນະ ກ່ຽວ​ກັບ​ການ​ທູດ​ເສດ​ຖະ​ກິດ ຢູ່ກອງ​ປະ​ຊຸມ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 32 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ໃນຂອບເຂດກອງປະຊຸມການຕ່າງປະເທດຄັ້ງທີ 32, ຕອນເຊົ້າວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳ ກອງປະຊຸມຄົບຄະນະ ກ່ຽວກັບການທູດເສດຖະກິດຮັບໃຊ້ການພັດທະນາປະເທດຊາດ. ເຂົ້າຮ່ວມເຫດການ ຕາມຮູບແບບໂດຍກົງ ແລະ ເຊິ່ງໜ້າ ຍັງມີ ການນຳບັນດາກະຊວງ, ຄະນະ, ຂະແໜງການ, ອົງການຂັ້ນສູນກາງ, ການນຳ 63 ແຂວງ, ນະຄອນ, ບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່, ການນຳ ບັນດາຫົວໜ່ວຍຂຶ້ນກັບກະຊວງການຕ່າງປະເທດ ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ.

ກອງປະຊຸມຄົບຄະນະໄດ້ສຸມໃສ່ປຶກສາຫາລືສອງບັນຫາ: ທີໜຶ່ງ ແມ່ນໄດ້ ຕີລາຄາ ແລະ ຄາດຄະເນສະພາບການເສດຖະກິດສາກົນ, ເປັນຕົ້ນແມ່ນເຮັດໃຫ້ແຈ້ງບັນດາການເຄື່ອນໄຫວທີ່ມີລັກສະນະບາດລ້ຽວ, ບັນດາທ່າອ່ຽງໃຫຍ່ຂອງເສດຖະກິດໂລກ ແລະ ພາກພື້ນ. ທີສອງ ແມ່ນໄດ້ ຕີລາຄາບັນດາໝາກຜົນ, ຜົນສຳເລັດ ວຽກງານການທູດເສດຖະກິດ ບັນລຸໄດ້ນັບແຕ່ຕົ້ນອາຍຸການຊຸດທີ XIII ມາຮອດປັດຈຸບັນ, ເປັນຕົ້ນແມ່ນພາຍຫຼັງການປະກາດໃຊ້ຄຳສັ່ງເລກທີ 15 ຂອງ ຄະນະເລຂາທິການ ແລະ ໂຄງການກະທຳຂອງລັດຖະບານ ກ່ຽວກັບການທູດເສດຖະກິດ ຢ່າງພາວະວິໄສ, ຮອບດ້ານ ໃນນັ້ນໄດ້ເຮັດແຈ້ງ ບັນດາໝາກຜົນ, ຖອດຖອນບັນດາບົດຮຽນປະສົບການຢ່າງເລິກເຊິ່ງ.

ກ່າວຄຳເຫັນຊີ້ນຳຢູ່ ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງ ຄວາມມານະພະຍາຍາມ ແລະ ຜົນສຳເລັດ ຂອງຂະແໜງການຕ່າງປະເທດ ແລະ ບັນດາກຳລັງ ການທູດໃນໄລຍະຜ່ານມາ ດ້ວຍຫຼາຍຜົນງານທີ່ພົ້ນເດັ່ນ, ເປັນຕົ້ນແມ່ນການສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມືໃຫ້ແກ່ການພັດທະນາ. ທ່ານໃຫ້ຮູ້ວ່າ

ສືບຕໍ່ຫັນລະບອບລະບຽບການ, ບັນດາການຊີ້ນຳນຳພາຂອງພັກ, ລັດ ເປັນລະອຽດ; ຜັນຂະຫຍາຍຄຳສັ່ງເລກທີ 15 ຂອງຄະນະເລຂາທິການ ແລະ ມະຕິເລກທີ 21 ຂອງລັດຖະບານກ່ຽວກັບວຽກງານການທູດເສດຖະກິດ ເປັນລະອຽດ ບົນພື້ນຖານປ່ຽນແປງກ່ຽວກັບຈິນຕະນາການ, ວິໄສທັດຍຸດທະສາດ, ວິທີການວິເຄາະ ແລະ ເຂົ້າເຖິງ ເພື່ອຊຸກຍູ້ບົດບາດເປັນໃຈກາງ ຂອງເສດຖະກິດ. ຜັນຂະຫຍາຍວຽກງານ ທີ່ມີຈຸດສຸມ, ຕິດແທດທ່າອຽງລວມຂອງໂລກ ສົມທົບກັນສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍ. ປະຕິບັດສຳເລັດກົນໄກ, ຊຸກຍູ້ການຮ່ວມມື, ຫັນບັນດາຄຳໝັ້ນສັນຍາ ກ່ຽວກັບເສດຖະກິດ ໃຫ້ເປັນລະອຽດ ແລະ ກວດກາຄືນວິວັດການຜັນຂະຫຍາຍບັນດາຄຳໝັ້ນສັນຍາ ທີ່ໄດ້ຮັບການລົງນາມແລ້ວ. ສຸມໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງຕະຫຼາດຕາເວັນອອກກາງ, ອາບຟຼິກາ, ອາເມລິກາໃຕ້ ແລະ ຕະຫຼາດ Halal. ເສີມຂະຫຍາຍຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ; ເປັນເຈົ້ົ້າການ ໃນການປະດິດສ້າງ

ຕອບກັບ

ຂ່າວ/ບົດ​ອື່ນ