ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມເວທີປາໄສທຸລະກິດ ຫວຽດນາມ - ອາເມລິກາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຊົມເຊີຍຄວາມສົນໃຈຂອງບັນດາວິສາຫະກິດຕໍ່ກັບຕະຫຼາດ ຫວຽດນາມ; ສະເໜີວິສາຫະກິດ ອາເມລິກາ ຫັນການສະໜັບສະໜູນຂອງ ອາເມລິກາ ກ່ຽວກັບປະເທດ ຫວຽດນາມ ເຂັ້ມແຂງ, ເອກະລາດ

ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ ຊຸດທີ 78 ກອງປະຊຸມສະມັດຊາໃຫຍ່ ສປຊ ແລະ ບັນດາການເຄື່ອນໄຫວພົວພັນສອງຝ່າຍ ຢູ່ ອາເມລິກາ, ວັນທີ 18 ກັນຍາ, ຢູ່ນະຄອນ San Francisco, ລັດ California, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ “ເວທີປາໄສການທຸລະກິດ ຫວຽດນາມ - ອາເມລິກາ ຮ່ວມມືໃນຂົງເຂດເຕັກໂນໂລຊີ, ນະວັດຕະກຳ”. ເຫດການໂດຍກະຊວງແຜນການ ແລະ ການລົງທຶນສົມທົບກັບສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ San Francisco ແລະ ສະພາທຸລະກິດ ອາເມລິກາ - ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຈັດຂຶ້ນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມເວທີປາໄສທຸລະກິດ ຫວຽດນາມ - ອາເມລິກາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ
(ພາບ:VOV)

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫວັງວ່າ ບັນດາວິສາຫະກິດ ອາເມລິກາ ຈະສືບຕໍ່ລົງທຶນເຂົ້າ ຫວຽດນາມ, ຊ່ວຍ ຫວຽດນາມ ເຂົ້າຮ່ວມລະບົບການສະໜອງທົ່ວໂລກ, ພິເສດແມ່ນໃນຂົງເຂດວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ. ທ່ານນາຍົກລັດຖະມົນຕີ ຊົມເຊີຍຄວາມສົນໃຈຂອງບັນດາວິສາຫະກິດຕໍ່ກັບຕະຫຼາດ ຫວຽດນາມ; ສະເໜີວິສາຫະກິດ ອາເມລິກາ ຫັນການສະໜັບສະໜູນຂອງ ອາເມລິກາ ກ່ຽວກັບປະເທດ ຫວຽດນາມ ເຂັ້ມແຂງ, ເອກະລາດ, ເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນໃຫ້ປະກົດຜົນເປັນຈິງ:

 “ຂ້າພະເຈົ້າສະເໜີວ່າ: ດ້ວຍຄວາມຈິງໃຈ, ໄວ້ເນື້ອເຊື່ອໃຈ, ປະສິດທິຜົນ, ພວກເຮົາຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດຮອບດ້ານ, ສຸມໃສ່ເຂົ້າບັນດາຂົງເຂດເຊິ່ງ 2 ຝ່າຍບຸລິມະສິດ, ຄື: ການຄ້າ, ການບໍລິການ, ການລົງທຶນ ໃນບັນດາຂົງເຂດໃໝ່, ເຕັກໂນໂລຊີວິທະຍາສາດ, ນະວັດຕະກຳ, ເຕັກໂນໂລຊີດີຈີຕອນ, ຫັນປ່ຽນພະລັງງານ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ. ພວກຂ້າພະເຈົ້າກໍ່ຫວັງວ່າ ບັນດາວິສາຫະກິດສອງຝ່າຍຈະສົມທົບກັນໃນການສົ່ງອອກຜະລິດຕະພັນກະເສດ ຍ້ອນໄດ້ກ່ຽວຂ້ອງເຖິງປະຊາຊົນຫຼາຍຄົນ, ພິເສດແມ່ນຊາວກະສິກອນ ທີ່ຖືກຜົນສະທ້ອນຍ້ອນການປ່ຽນແປງຂອງດິນຟ້າອາກາດ”.

ສຳລັບບັນດາວິສາຫະກິດ, ຜູ້ຕາງໜ້າບັນດາວິສາຫະກິດສອງປະເທດ ໄດ້ສະແດງຄວາມປາດຖະໜາຢາກເຂົ້າຮ່ວມວິວັດການຫັນເປັນດີຈີຕອນຂອງ ຫວຽດນາມ; ສະເໜີໃຫ້ລັດຖະບານສອງປະເທດສືບຕໍ່ຊຸກຍູ້ການເຊື່ອມຕໍ່ປະຊາຊົນ, ວິສາຫະກິດສອງປະເທດໃນການຜະລິດ ແລະ ໝູນໃຊ້ເຕັກໂນໂລຊີ; ພັດທະນາຂົງເຂດອຸດສາຫະກຳ, ນະວັດຕະກຳ, ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ….

        ແລະ ກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ ເຮັດວຽກກັບການນຳບັນດາວິສາຫະກິດຂອງຊາວ ຫວຽດນາມ ດີເດັ່ນຢູ່ San Francisco.

ຕອບກັບ

ຂ່າວ/ບົດ​ອື່ນ