ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ປີ​ການ​ເງິນ, ເງິນ​ຕາ, ເສດ​ຖະ​ກິດ​ມະ​ຫາ​ພາກ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ຊຸກຍູ້ການປ່ອຍເງິນລົງທຶນພາກລັດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ປີ​ການ​ເງິນ, ເງິນ​ຕາ, ເສດ​ຖະ​ກິດ​ມະ​ຫາ​ພາກ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

        ຕອນເຊົ້າວັນທີ 6 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຂອງຄະນະປະຈຳລັດຖະບານກ່ຽວກັບການບໍລິຫານນະໂຍບາຍປີການເງິນ, ນະໂຍບາຍເງິນຕາ, ເສດຖະກິດມະຫາພາກ ທ້າຍປີ 2022 ແລະ ຕົ້ນປີ 2023. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ຊຸກຍູ້ການປ່ອຍເງິນລົງທຶນພາກລັດ; ຜັນຂະຫຍາຍນະໂຍບາຍປີການເງິນ, ຄົ້ນຄ້ວາ, ສະເໜີ, ຜັນຂະຫຍາຍການໂຈະ, ຍົກເວັ້ນ, ຫຼຸດຜ່ອນພາສີອາກອນ, ຄ່າທຳນຽມ ທີ່ເໝາະສົມໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກຄວາມ ຮຽກຮ້ອງສູ້ຊົນບັນລຸໄດ້ບັນດາຄາດໝາຍ, ເປົ້າໝາຍໃນປີ 2022 ຢູ່ລະດັບສູງທີ່ສຸດ ແລະ ຍືນຍົງ, ພ້ອມທັງກະກຽມໃຫ້ແກ່ປີ 2023, ປີທີ່ໄດ້ກຳນົດວ່າຈະປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍພ້ອມກັບບັນດາກາລະໂອກາດ ແລະ ຄວາມສະດວກຫຼາຍຢ່າງ, ວຽກງານຊີ້ນຳ, ບໍລິຫານຕ້ອງມີປະສິດທິຜົນກ່ວາອີກ, ເພີ່ມທະວີການສົມທົບກັນລະຫວ່າງບັນດາກະຊວງ, ຂະແໜງ, ທ້ອງຖິ່ນ, ເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ