ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຄັ້ງທີ 5, ຄະນະຊີ້ນຳ COP 26

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາສະມາຊິກຂອງຄະນະຊີ້ນຳ ສຸມໃສ່ຕີລາຄາການປະຕິບັດບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ COP 26
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຄັ້ງທີ 5, ຄະນະຊີ້ນຳ COP 26 - ảnh 1ກອງປະຊຸມຄັ້ງທີ 5 ຂອງຄະນະຊີ້ນຳ
(ພາບ: TTXVN)

        ຕອນເຊົ້າວັນທີ 02 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຜັນຂະຫຍາຍຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ COP 26 (ຄະນະຊີ້ນຳ COP 26), ໄດ້ເປັນປະທານກອງປະຊຸມຄັ້ງທີ 5 ຂອງຄະນະຊີ້ນຳ.

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາສະມາຊິກຂອງຄະນະຊີ້ນຳ ສຸມໃສ່ຕີລາຄາການປະຕິບັດບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ COP 26, ໂດຍສະເພາະແມ່ນໝາກຜົນການປະຕິບັດບັນດາໜ້າທີ່ໄດ້ວາງອອກທີ່ກອງປະຊຸມຄັ້ງທີ 4 ຂອງຄະນະຊີ້ນຳ, ໝາກຜົນການປະຕິບັດ JETP (ຂໍ້ຕົກລົງຫັນປ່ຽນພະລັງງານຢ່າງຍຸຕິທຳ) ແລະ AZEC (ປະຊາຄົມການປ່ອຍອາຍພິດລົງເປັນ 0 ອາຊີ)… ພ້ອມກັນນັ້ນ, ກໍ່ສະເໜີໜ້າທີ່, ມາດຕະການແກ້ໄຂໃນໄລຍະຈະມາເຖິງກ່ຽວກັບການປະຕິບັດບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ COP 26 ໃຫ້ມີປະສິດທິຜົນ, ໂດຍສະເພາະແມ່ນການປະກອບຄຳເຫັນໃສ່ການປັບປຸງກອບນິຕິກຳ ສ້າງຄວາມສະດວກໃຫ້ແກ່ການລົງທຶນຈາກວິສາຫະກິດ, ສາກົນເຂົ້າໃນການຫັນປ່ຽນພະລັງງານ.

        ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ຫວຽດນາມ ໄດ້ກາຍເປັນຈຸດພົ້ນເດັ່ນໃນການປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ບັນດາຄຳໝັ້ນສັນຍາ ແລະ ການປະຕິບັດຄຳໝັ້ນສັນຍາທີ່ກອງປະຊຸມ COP 26 ໄດ້ປະສານສົມທົບຢ່າງໄວວາ, ຫັນເປັນບັນດາເອກະສານນິຕິກຳດ້ານກົດໝາຍ, ບັນດານະໂຍບາຍ, ຍຸດທະສາດ, ແຜນການເພື່ອປະຕິບັດຢ່າງຄົບຊຸດ; ການຮ່ວມມືໃນການພັດທະນາສີຂຽວ, ຫັນປ່ຽນພະລັງງານໄດ້ຮັບການຍູ້ແຮງ, ຫວຽດນາມ ໄດ້ກາຍເປັນປະເທດດຶງດູດໃຈກວ່າສຳລັບບັນດານັກລົງທຶນຕ່າງປະເທດ ເຂົ້າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ, ດ້ວຍບັນດາໂຄງການລະອຽດ. ທ່ານນາຍົກລັດຖະມົນຕີໄດ້ຢ້ຳຄືນທັດສະນະ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນ, ມີການຫັນເປັນສີຂຽວ, ຫັນປ່ຽນພະລັງງານ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວແມ່ນທ່າອ່ຽງທີ່ຈຳເປັນ, ບໍ່ສາມາດຕາວປິ້ນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ