ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ແກ້​ໄຂ ແລະ ຊຸກ​ຍູ້​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ພັດ​ທະ​ນາ​ຢ່າງ​ປອດ​ໄພ, ປອດ​ໃສ, ຍືນຍ​ົງ

(VOVWORLD) -ຕອນເຊົ້າວັນທີ 17 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມແກ້ໄຂ ແລະ ຊຸກຍູ້ຕະຫຼາດອະສັງຫາລິມະຊັບພັດທະນາຢ່າງປອດໄພ, ປອດໃສ, ຍືນຍົງ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ແກ້​ໄຂ ແລະ ຊຸກ​ຍູ້​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ພັດ​ທະ​ນາ​ຢ່າງ​ປອດ​ໄພ, ປອດ​ໃສ, ຍືນຍ​ົງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຍັງມີບັນດາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງກໍ່ສ້າງ, ຜູ້ຕາງໜ້າສະຫະສະມາຄົມອະສັງຫາລິມະຊັບ ຫວຽດນາມ, ວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດນີ້, ບັນດາທະນາຄານ, ວິສາຫະກິດກໍ່ສ້າງ, ນັກຊ່ຽວຊານດ້ານເສດຖະກິດ ແລະ ການນຳ 63 ແຂວງ, ນະຄອນ.  

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ການຈັດກອງປະຊຸມດັ່ງກ່າວແມ່ນເພື່ອແນໃສ່ຕີລາຄາສະພາບການຕົວຈິງຂອງຕະຫຼາດອະສັງຫາລິມະຊັບ, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນຂົງເຂດນີ້ ແລະ ບັນດາຂົງເຂດທີ່ກ່ຽວຂ້ອງ. ພ້ອມທັງຍົກອອກຂໍ້ສະເໜີແນະ, ມາດຕະການແກ້ໄຂ ເພື່ອຊຸກຍູ້ຕະຫຼາດອະສັງຫາລິມະຊັບສືບຕໍ່ພັດທະນາຢ່າງປອດໃສ, ຍືນຍົງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍສະເໜີໃຫ້ບັນດາຜູ້ແທນ ປຶກສາຫາລື, ຕີລາຄາສະພາບການໃຫ້ຖືກຕ້ອງ, ຊັດເຈນ; ໄຈ້ແຍກສາຍເຫດຢ່າງລະອຽດ, ຈາກນັ້ນວາງອອກເປົ້າໝາຍ, ໜ້າທີ່, ມາດຕະການພັດທະນາຕະຫຼາດດັ່ງກ່າວໃຫ້ສອດຄ່ອງກັບແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດ, ຕາມເສດຖະກິດການຕະຫຼາດ, ກຳນົດທິດສັງຄົມນິຍົມ.

        ຕາມທ່ານນາຍົກລັດຖະມົນຕີແລ້ວ, ຫຼັງຈາກສິ້ນສຸດກອງປະຊຸມດັ່ງກ່າວ, ລັດຖະບານ ຈະປະກາດໃຊ້ມະຕິ ວ່າດ້ວຍຕະຫຼາດອະສັງຫາລິມະຊັບ. ຜ່ານນັ້ນ, ເປັນບ່ອນອີງເພື່ອຊຸກຍູ້ຕະຫຼາດດັ່ງກ່າວໃຫ້ພັດທະນາຢ່າງປອດໄພ, ປອດໃສ ແລະ ຍືນຍົງ, ບົນພື້ນຖານຜົນປະໂຫຍດກົມກ່ຽວລະຫວ່າງລັດ, ປະຊາຊົນ ແລະ ວິສາຫະກິດ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ