(VOVWORLD) -ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງການພັດທະນາຂອງແຂວງ ເທື່ອທຽນ - ເຫ້ວ ຕ້ອງຕິດແທດກັບບັນດາຈຸດພິເສດຂອງແຂວງ, ຍາດແຍ່ງບັນດາທ່າໄດ້ປຽບ ແລະ ຜົນປະໂຫຍດສະເພາະເພື່ອພັດທະນາເສດຖະກິດ - ສັງຄົມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ |
ຕອນບ່າຍວັນທີ 30 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການເຮັດວຽກແບບທາງໄກກັບ ຄະນະປະຈຳອົງຄະນະພັກແຂວງ ເທື່ອທຽນ - ເຫ້ວ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ໄລຍະ 9 ເດືອນຕົ້ນປີ 2021 ແລະ ສະພາບການຜັນຂະຫຍາຍມະຕິ ຂອງກົມການເມືອງ ກ່ຽວກັບການສ້າງ ແລະ ພັດທະນາແຂວງ ເທື່ອທຽນ - ເຫ້ວ ຈົນຮອດປີ 2030, ວິໄສທັດຮອດປີ 2045.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງການພັດທະນາຂອງແຂວງ ເທື່ອທຽນ - ເຫ້ວ ຕ້ອງຕິດແທດກັບບັນດາຈຸດພິເສດຂອງແຂວງ, ຍາດແຍ່ງບັນດາທ່າໄດ້ປຽບ ແລະ ຜົນປະໂຫຍດສະເພາະເພື່ອພັດທະນາເສດຖະກິດ - ສັງຄົມ.
ກ່ຽວກັບບັນດາໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງສືບຕໍ່ຍູ້ແຮງການສ້າງລະບອບລະບຽບການ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ພັດທະນາພື້ນຖານໂຄງລ່າງ, ຍູ້ແຮງການປະຕິຮູບດ້ານບໍລິຫານ.
ໃນສະພາບການໂລກລະບາດໃນປັດຈຸບັນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງ ເທື່ອທຽນ - ເຫ້ວ ປະຕິບັດບັນດາຄຳຊີ້ນຳ, ການແນະນຳຂອງ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຂອງກະຊວງສາທາລະນະສຸກ ກ່ຽວກັບການປ້ອງກັນຕ້ານໂລກລະບາດ ຢ່າງເຂັ້ມງວດ.