ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີພັນ​ດອນ ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ຜົນ​ງານ​ດ້ານ​ເສດ​ຖະ​ກິ​ດ​ຂອງ​ສອງ​ປະ​ເທດ

(VOVWORLD) - ງານວາງສະແດງ ໄດ້ແນະນຳພາບຖ່າຍກ່ຽວກັບການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ - ລາວ ໃນຊຸມປີຜ່ານມາ, ໂດຍສຸມໃສ່ຂົງເຂດເສດຖະກິດ: ການເງິນ - ທະນາຄານ, ພະລັງງານ, ໂທລະຄົມມະນາຄົມ, ກະສິກຳ - ປ່າໄມ້ ລະຫວ່າງສອງປະເທດ… 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີພັນ​ດອນ ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ຜົນ​ງານ​ດ້ານ​ເສດ​ຖະ​ກິ​ດ​ຂອງ​ສອງ​ປະ​ເທດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ (ພາບ: TTXVN) 

ໃນຂອບເຂດການຢ້ຽມຢາມລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 11 – 12 ມັງກອນ, ໂດຍເປັນປະທານຮ່ວມກອງປະຊຸມຄັ້ງທີ 45 ຄະນະກຳມະການທະວີພາຄີລັດຖະບານ ລາວ - ຫວຽດນາມ ແລະ ພ້ອມກັບທ່ານນາຍົກລັດຖະມົນຕີ ລາວ ສະຫຼຸບ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022, ຕອນເຊົ້າວັນທີ 12 ມັງກອນ, ຢູ່ສູນກອງປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ໄປຢ້ຽມຊົມງານວາງສະແດງພາບຖ່າຍກ່ຽວກັບຜົນງານໃນການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ລາວ. ງານວາງສະແດງ ໄດ້ແນະນຳພາບຖ່າຍກ່ຽວກັບການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ - ລາວ ໃນຊຸມປີຜ່ານມາ, ໂດຍສຸມໃສ່ຂົງເຂດເສດຖະກິດ: ການເງິນ - ທະນາຄານ, ພະລັງງານ, ໂທລະຄົມມະນາຄົມ, ກະສິກຳ - ປ່າໄມ້ ລະຫວ່າງສອງປະເທດ… ໃນນັ້ນມີຫຼາຍໂຄງການພົ້ນເດັ່ນ, ໂດຍບັນດາວິສາຫະກິດຫວຽດນາມ ມາລົງທຶນໃນທົ່ວປະເທດລາວ, ພິເສດແມ່ນບັນດາໂຄງການຢູ່ເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຢູ່ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ