ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ມາຮອດ Hiroshima ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດ G7 ແລະ ເຮັດວຽກຢູ່ ຍີ່ປຸ່ນ

(VOVWORLD) - ໃນລາຍການໄປປະຕິບັດງານດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຈະເຂົ້າຮ່ວມບັນດາວາລະປຶກສາຫາລື, ເຂົ້າຮ່ວມປະກອບສ່ວນໃນຫຼາຍບັນຫາ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ມາຮອດ Hiroshima ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດ G7 ແລະ ເຮັດວຽກຢູ່ ຍີ່ປຸ່ນ - ảnh 1

        ຕອນບ່າຍວັນທີ 19 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດນະຄອນ Hiroshima, ປະເທດ ຍີ່ປຸ່ນ, ເລີ່ມຕົ້ນການໄປປະຕິບັດງານ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ເປີດກວ້າງ ແລະ ເຮັດວຽກຢູ່ ຍີ່ປຸ່ນ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio.

        ໃນລາຍການໄປປະຕິບັດງານດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຈະເຂົ້າຮ່ວມບັນດາວາລະປຶກສາຫາລື, ເຂົ້າຮ່ວມປະກອບສ່ວນໃນຫຼາຍບັນຫາ, ໂດຍສະເພາະແມ່ນບັນດາບັນຫາກ່ຽວຂ້ອງໂດຍກົງເຖິງຄວາມໝັ້ນຄົງ - ການພັດທະນາ, ການພັດທະນາແບບຍືນຍົງ, ຮ່ວມມືດ້ານການແພດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ພະລັງງານ… ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຈະພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ເພື່ອປຶກສາຫາລືກ່ຽວກັບການຮ່ວມມື 2 ຝ່າຍ, ກໍຄືບັນດາບັນຫາພາກພື້ນ, ສາກົນຕ່າງມີຄວາມສົນໃຈ; ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການໂອ້ລົມສົນທະນາກັບການນຳບັນດາວິສາຫະກິດໃຫຍ່ຂອງ ຍີ່ປຸ່ນ; ພົບປະກັບຜູ້ຕາງໜ້າດີເດັ່ນຂອງປະຊາຄົມ ແລະ ນັກປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ…

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ມາຮອດ Hiroshima ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດ G7 ແລະ ເຮັດວຽກຢູ່ ຍີ່ປຸ່ນ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ
(ພາບ: TTXVN)

        ໃນຕອນບ່າຍວັນດຽວກັນ, ຢູ່ Hiroshima, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ຕ້ອນຮັບການນຳ, ຜູ້ຕາງໜ້າສະມາຄົມສັນຕິພາບ ມິດຕະພາບ Hiroshima - ຫວຽດນາມ, ສະມາຄົມ Hiroshima - ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ແຂວງ Hiroshima.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ສະແດງຄວາມປະທັບໃຈກ່ຽວກັບມູນເຊື້ອວັດທະນະທຳ - ປະຫວັດສາດຂອງ ຍີ່ປຸ່ນ ເວົ້າລວມ ແລະ Hiroshima ເວົ້າສະເພາະ; ຖືວ່າ Hiroshima ແມ່ນສັນຍາລັກຂອງນ້ຳໃຈຕ້ານສົງຄາມ, ຮັກຫອມສັນຕິພາບ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ບັນດາສະມາຄົມມິດຕະພາບຂອງ Hiroshima ສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບ ຍີ່ປຸ່ນ ເວົ້າລວມ ແລະ ກັບ ນະຄອນ Hiroshima ເວົ້າສະເພາະ ໃຫ້ນັບມື້ນັບແໜ້ນແຟ້ນ, ບັນລຸປະສິດທິຜົນກວ່າ.

        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີໄດ້ສົ່ງຄຳຢື້ຢາມຖາມຂ່າວ, ຄຳອວຍພອນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫວໍວັນເຖືອງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຖິງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ; ທ່ານປາດຖະໜາວ່າ ພໍ່ແມ່ປະຊາຊົນສືບຕໍ່ເຕີບໃຫຍ່ເຂັ້ມແຂງ, ພັດທະນາ; ຮັກສາສີສັນ; ຍາມໃດກໍ່ອວາຍໜ້າເມືອຫາກົກເຄົ້າຫງົ້າກໍ່, ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ