ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສິ້ນສຸດການໄປປະຕິບັດງານຢູ່ ອາເມລິກາ, ເລີ່ມອອກເດີນທາງໄປຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ

(VOVWORLD) - ການໄປຢ້ຽມຢ້າມຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແມ່ນເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານເລິກເຊິ່ງຂຶ້ນຕື່ມ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສິ້ນສຸດການໄປປະຕິບັດງານຢູ່ ອາເມລິກາ, ເລີ່ມອອກເດີນທາງໄປຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ  - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ
(ພາບ: VGP)

          ຕອນເຊົ້າວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ) ເຮືອບິນນຳສົ່ງທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ອອກຈາກສະໜາມບິນສາກົນ John F. Kennedy, ນະຄອນນິວຢອກ, ອາເມລິກາ ສິ້ນສຸດການເຂົ້າຮ່ວມສັບປະດາຂັ້ນສູງຊຸດທີ 78 ຂອງສະມັດຊາໃຫຍ່ສະຫະປະຊາຊາດ ແລະ ບັນດາການເຄື່ອນໄຫວ 2 ຝ່າຍຢູ່ ອາເມລິກາ, ເລີ່ມອອກເດີນທາງໄປຢ້ຽມຢາມ ສ.ສະຫະພັນ ບຣາຊິນ ຢ່າງເປັນທາງການ ຕາມຄໍາເຊີນຂອງທ່ານປະທານາທິບໍດີ ບຣາຊິນ Lula da Silva, ແຕ່ວັນທີ 23 – 26 ກັນຍາ.  ການໄປຢ້ຽມຢ້າມຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແມ່ນເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານເລິກເຊິ່ງຂຶ້ນຕື່ມ, ນຳການພົວພັນ ຫວຽດນາມ - ບຣາຊິນ ໃຫ້ແທດຈິງ, ບັນລຸປະສິດທິຜົນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ