ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເດີນທາງໄປຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປຮອດນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເດີນທາງໄປຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ
(ພາບ: VGP)

               ຕອນເຊົ້າວັນທີ 04 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ ໄປຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ນະຄອນຫຼວງຈາກາຕາ, ປະເທດ ອິນໂດເນເຊຍ ແຕ່ວັນທີ 04 – 07 ກັນຍາ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ປະທານກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ບັນດາກອງປະຊຸມຄັ້ງນີ້ຈະແມ່ນການເຄື່ອນໄຫວສຸດຍອດທີ່ສຳຄັນເພື່ອສິ້ນສຸດປີການເປັນປະທານ ອາຊຽນ 2023 ຂອງ ອິນໂດເນເຊຍ ດ້ວຍຫົວຂໍ້ວ່າ ເພື່ອຂອບຂະໜາດ ອາຊຽນ: ຈຸດໃຈກາງຂອງການເຕີບໂຕ”.

            ຕອນບ່າຍວັນທີ 04 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປຮອດນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ເລີ່ມເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງ.

          ອອກຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ແລະຄະນະຜູ້ແທນ ຫວຽດນາມ ຢູ່ສະໜາມບິນ Soekarno Hatta, ມີທ່ານ Sandiaga Uno ລັດຖະມົນຕີກະຊວງທ່ອງທ່ຽວ ແລະ ເສດຖະກິດປະດິດຄິດສ້າງ ອິນໂດເນເຊຍ; ຫົວໜ້າກົມອະນຸສັນຍາກະຊວງການຕ່າງປະເທດອິນໂດເນເຊຍ; ທ່ານເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ສສ. ຫວຽດນາມ ປະຈໍາ ອິນໂດເນເຊຍ ຕະວັນທົງ; ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ອາຊຽນ ຫງວຽນຫາຍບັ່ງ; ພະນັກງານສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ແລະ ຄະນະຜູ້ແທນ ຫວຽດນາມ ປະຈຳ ອາຊຽນ.

            ທີ່ບັນດາກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຈະມີບົດປະກອບຄຳເຫັນແບ່ງປັນທັດສະນະຂອງ ຫວຽດນາມ ເພື່ອຫັນຫົວຂໍ້ ວິໄສທັດ ອາຊຽນ: ຈຸດໃຈກາງຂອງການເຕີບໂຕ”  ໃຫ້ປະກົດຜົນເປັນຈິງ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີຈະມີບົດປະກອບຄຳເຫັນທີ່ສຳຄັນທີ່ກອງປະຊຸມສຸດຍອດວິສາຫະກິດ ແລະ ການລົງທຶນ ອາຊຽນ ດ້ວຍຫົວຂໍ້ “ອາຊຽນ ໃນໂລກຫຼາຍຂົ້ວ”. ທ່ານນາຍົກລັດຖະມົນຕີຈະມີການພົບປະແລກປ່ຽນກັບການນຳຫຼາຍປະເທດ, ອົງການຈັດຕັ້ງສາກົນເພື່ອຊຸກຍູ້ການຮ່ວມມືສອງຝ່າຍ...

            ທີ່ການຕອບສຳພາດຕໍ່ນັກຂ່າວຂອງ VOV ກ່ອນເຂົ້າຮ່ວມປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຊຽນ ຫງວຽນຫາຍບັ່ງ ໃຫ້ຮູ້ວ່າ:

          ດ້ວຍການຊີ້ນຳຂອງນາຍົກລັດຖະມົນຕີ, ລັດຖະບານ, ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງໃຫ້ບັນດາຂໍ້ລິເລີ່ມເຊິ່ງ ອາຊຽນ ຍົກອອກມາເພື່ອໃຫ້ບັນດາການນຳຮັບຮອງເອົາຢູ່ກອງປະຊຸມສຸດຍອດ. ກອງປະຊຸມສຸດຍອດຄັ້ງນີ້ຈະຮັບຮອງເອົາຖະແຫຼງການກ່ຽວກັບວິໄສທັດການພັດທະນາຂອງ ອາຊຽນ ໃນໄລຍະ 20 ປີຈະມາເຖິງຮອດປີ 2045. ຫວຽດນາມ ກໍ່ຍັງສະໜັບສະໜູນ ແລະ ປະກອບຄຳເຫັນຫຼາຍຂໍ້ເພື່ອປະຕິບັດການສ້າງວິໄສທັດ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ. ນອກຈາກນັ້ນ, ໃນດ້ານເສດຖະກິດ, ຫວຽດນາມ ກໍ່ປະກອບສ່ວນຫຼາຍຢ່າງເຂົ້າໃນບັນດາເອກະສານຂໍ້ຕົກລົງລະຫວ່າງການນຳບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ