ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກທົ່ວປະເທດກ່ຽວກັບການປະຕິຮູບການບໍລິຫານ

(VOVWORLD) -ການປະຕິຮູບການບໍລິຫານ ຍາມໃດກໍ່ໄດ້ກຳນົດວ່າແມ່ນຂອດສຳຄັນເພື່ອແນໃສ່ສ້າງລັດແຫ່ງອຳນາດກົດໝາຍລັດທິສັງຄົມນິຍົມ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກທົ່ວປະເທດກ່ຽວກັບການປະຕິຮູບການບໍລິຫານ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ
(ພາບ: TTXVN)

        ຕອນເຊົ້າວັນທີ 15 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກທົ່ວປະເທດຫົວເລື່ອງສະເພາະກ່ຽວກັບການປະຕິຮູບການບໍລິຫານ ແລະ ຫັນວິທີການຊີ້ນຳ, ບໍລິຫານຮັບໃຊ້ປະຊາຊົນ, ວິສາຫະກິດເປັນທັນສະໄໝ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ສືບຕໍ່ກຳນົດວ່າ ການປະຕິຮູບການບໍລິຫານແມ່ນໜຶ່ງໃນບັນດາປັດໄຈສຳຄັນຂອງຂອດບຸກທະລຸລະບອບລະບຽບການພັດທະນາ. ການປະຕິຮູບການບໍລິຫານ ຍາມໃດກໍ່ໄດ້ກຳນົດວ່າແມ່ນຂອດສຳຄັນເພື່ອແນໃສ່ສ້າງລັດແຫ່ງອຳນາດກົດໝາຍລັດທິສັງຄົມນິຍົມ. ກອງປະຊຸມເພື່ອຕີລາຄາໂດຍສັງເຂບ, ພາວະວິໃສ, ຮອບດ້ານ, ເລິກເຊິ່ງບັນດາໜ້າທີ່ໄດ້ຮັບການຜັນຂະຫຍາຍກ່ຽວກັບການຊຸກຍູ້ການປະຕິຮູບການບໍລິຫານ ແລະ ຫັນວິທີຊີ້ນຳ, ບໍລິຫານຮັບໃຊ້ປະຊາຊົນ, ວິສາຫະກິດເປັນທັນສະໄໝໃນໄລຍະຜ່ານມາ; ວາງອອກການກຳນົດທິດ, ມາດຕະການແກ້ໄຂ ແລະ ໜ້າທີ່ລະອຽດນັບແຕ່ນີ້ຮອດປີ 2025, ຮັບປະກັນໃຫ້ສອດຄ່ອງກັບສະພາບຕົວຈິງ ເພື່ອແນໃສ່ຜັນຂະຫຍາຍວຽກງານດັ່ງກ່າວຢ່າງແທດຈິງ, ບັນລຸປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ