ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຫົວໜ້າກົມພັດທະນາການຄ້າ ແລະ ເສດຖະກິດ ຮົ່ງກົງ (ຈີນ)

(VOVWORLD) - ຕອນບ່າຍວັນທີ 22 ມີນາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ຈຽວເທິ໋ງຄ໋ວາ ຫົວໜ້າກົມພັດທະນາການຄ້າ ແລະ ເສດຖະກິດ ຮົ່ງກົງ (ຈີນ).
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຫົວໜ້າກົມພັດທະນາການຄ້າ ແລະ ເສດຖະກິດ ຮົ່ງກົງ (ຈີນ) - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ຈຽວເທິ໋ງຄ໋ວາ 

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີຄວາມປິຕິຊົມຊື່ນເມື່ອຮັບຮູ້ການພົວພັນດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ 2 ຝ່າຍພັດທະນາອັນດີງາມທີ່ສຸດ. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ: ຫວຽດນາມ ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຮົ່ງກົງ (ຈີນ) ທຳມາຫາກິນປະສົບຜົນສຳເລັດຢູ່ ຫວຽດນາມ. ດ້ວຍຄວາມສາມາດບົ່ມຊ້ອນໃນການພົວພັນລະຫວ່າງ 2 ຝ່າຍ, ຫວຽດນາມ ຫວັງວ່າ ວົງເງິນການຄ້າ 2 ຝ່າຍຈະເຕີບໂຕຢ່າງແຮງໃນໄລຍະຈະມາເຖິງ.

        ສ່ວນທ່ານ ຈຽວເທິ໋ງຄ໋ວາ ຊີ້ແຈ້ງວ່າ: ຄະນະປະຕິບັດງານມາ ຫວຽດນາມ ໃນຄັ້ງນີ້ ມີວິສາຫະກິດເປັນຈຳນວນຫລວງຫລາຍ ເພື່ອຊອກຮູ້ກາລະໂອກາດລົງທຶນເຂົ້າ ຫວຽດນາມ, ຊຸກຍູ້ການຮ່ວມມືດ້ານການຄ້າຂຶ້ນສູ່ລະດັບສູງໃໝ່. ຮົ່ງກົງ (ຈີນ) ປາດຖະໜາວ່າ ຈະສວມບົດບາດສຳຄັນໃຫຍ່ກ່ວາອີກ, ກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ ຍ້ອນວ່າ ຫວຽດນາມ ພວມພັດທະນາຢ່າງແຮງຢູ່ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ