ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງ ຮ່າໂນ້ຍ

(VOVWORLD) - ຕອນເຊົ້າວັນທີ 29 ກັນຍາ, ຢູ່ສຳນັກງານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ບັນດາທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ, ຟ້າມບີງມິງ, ເວືອງດີງເຫວ້, ຈິ້ງດີງຢຸງ, ຫວູດຶກດາມ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງ ຮ່າໂນ້ຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງ ຮ່າໂນ້ຍ

 ໄດ້ເຮັດວຽກກັບການນຳຫຼັກແຫຼ່ງຂອງນະຄອນ ຮ່າໂນ້ຍ. ກ່າວຄຳເຫັນໄຂການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ນີ້ເປັນຄັ້ງທຳອິດທີ່ ນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີໄດ້ເຮັດວຽກກັບ ຮ່າໂນ້ຍ ຢ່າງຄົບໜ້າ. ທ່ານນາຍົກລັດຖະມົນຕີ ຕີລາຄານະຄອນໄດ້ມີການຫັນປ່ຽນເປັນຢ່າງດີ, ໂດຍພື້ນຖານ, ເປັນຕົ້ນແມ່ນພາຍຫລັງ 2 ປີດຳເນີນກອງປະຊຸມໃຫຍ່ອົງຄະນະພັກຂອງນະຄອນ, ຮ່າໂນ້ຍ ບໍ່ພຽງແຕ່ມີສະຖຽນລະພາບເທົ່ານັ້ນ ຫາກຍັງພັດທະນາດ້ວຍຫລາຍຮູບແບບ, ວິທີປະຕິບັດເປັນຢ່າງດີອີກດ້ວຍ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີການນຳບັນດາກະຊວງ, ຂະແໜງການທີ່ການເຮັດວຽກນີ້ ຕ້ອງຊີ້ແຈ້ງທັດສະນະໃນການແກ້ໄຂບັນດາຂໍ້ສະເໜີແນະຂອງ ຮ່າໂນ້ຍ, ສ້າງເງື່ອນໄຂເພື່ອໃຫ້ ຮ່າໂນ້ຍ ພັດທະນາ ດ້ວຍເປົ້າໝາຍຮ່າໂນ້ຍ ເພື່ອທົ່ວປະເທດ, ທົ່ວປະເທດ ເພື່ອຮ່າໂນ້ຍ. 
ແລະກໍ່ໃນການເຮັດວຽກ, ນະຄອນ ຮ່າໂນ້ຍ ສະເໜີຕໍ່ນາຍົກລັດຖະມົນຕີ ແລະ ລັດຖະບານ, ບັນດາກະຊວງ, ຂະແໜງການກ່ຽວກັບ 20 ບັນຫາຕ້ອງໄດ້ຮັບການແກ້ໄຂ.

ຕອບກັບ

ຂ່າວ/ບົດ​ອື່ນ