ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບໜ່ວຍໃຫ້ຄໍາປຶກສາເສດຖະກິດຂອງນາຍົກລັດຖະມົນຕີ

(VOVWORLD) -ຕອນບ່າຍວັນທີ 23 ສິງຫາ, ທີ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບໜ່ວຍໃຫ້ຄໍາປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ. 

ທີ່ການເຮັດວຽກຄັ້ງທີ 5 ນີ້, ໜ່ວຍໃຫ້ຄໍາປຶກສາ ໄດ້ສະເໜີຕໍ່ທ່ານນາຍົກລັດຖະມົນຕີ ຊີ້ນໍາໃຫ້ບັນດາກະຊວງ, ຂະແໜງການ ດໍາເນີນການສໍາຫຼວດກວດກາຄືນບັນດາຂໍ້ຕິດຂັດລວມສໍາລັບວິສາຫະກິດໃນໄລຍະກະກຽມ ແລະ ຜັນຂະຫຍາຍບັນດາໂຄງການລົງທຶນໃນບັນດາເອກະສານນິຕິກໍາ. ເມື່ອຕີລາຄາກ່ຽວກັບໝາກຜົນ ຂອງການສ້າງໂຄງປະກອບຄືນໃໝ່ ແລະ ປ່ຽນແປງໃໝ່ຮູບແບບການເຕີບໂຕຂອງໄລຍະກກວ່າ 2 ປີ ຜ່ານມາ, ໜ່ວຍໃຫ້ຄໍາປຶກສາ ຖືວ່າ: ຮູບແບບການເຕີບໂຕໃນເບື້ອງຕົ້ນແມ່ນມີການຫັນປ່ຽນຢ່າງຕັ້ງໜ້າ. ເຂດເສດຖະກິດເອກະຊົນ ເພີ່ມຂຶ້ນໄວ ແລະ ປັບປຸງອັດຕາສ່່ວນປະກອບໃສ່ GDP. ການສົ່ງອອກພາຍໃນປະເທດໃນເບື້ອງຕົ້ນແມ່ນມີສັນຍານເພີ່ມຂຶ້ນໄວໃນຂົງເຂດ FDI.

        ກ່າວຄໍາເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ໜ່ວຍໃຫ້ຄໍາປຶກສາ ຈົ່ງເປັນເຈົ້າການໃນການໄຈ້ແຍກ, ເຫັນໄດ້ບັນດາຄວາມຫຍຸ້ງຍາກພາຍໃນ ແລະ ພາຍນອກ. ຈາກນັ້ນ, ປະກອບສ່ວນໃສ່ບັນດາກົນໄກນະໂຍບາຍ ເພື່ອນໍາປະເທດຊາດຜ່ານຜ່າຄວາມທຸກຍາກ, ສິ່ງທ້າທາຍ, ພັດທະນາໄວ ແລະ ໝັ້ນຄົງ; ໃຫ້ຄໍາປຶກສາກ່ຽວກັບຍຸດທະສາດພັດທະນາ, ໂດຍສະເພາະແມ່ນ ສ້າງບັນດາກໍາລັງໜູນໃໝ່, ບັນດາປັດໄຈໃໝ່, ບັນດາຂົງເຂດຄວນສຸມໃສ່ເພື່ອພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ