ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ກວາງບີງ

(VOVWORLD) - ໃນລາຍການປະຕິບັດງານຢູ່ແຂວງ ກວາງບີງ, ຕອນເຊົ້າວັນທີ 25 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຕາແສງຊົນນະບົດໃໝ່ ດຶກແຈກ, ເມືອງ ໂບ໋ແຈກ, ແຂວງ ກວາງບີງ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ກວາງບີງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ກວາງບີງ

ນະທີ່ນີ້, ທ່ານນາຍົກລັດຖະມົນຕີໄດ້ຍ້ອງຍໍຊົມເຊີຍຕາແສງທີ່ໄດ້ສຳເລັດຈຸດໝາຍກໍ່ສ້າງຊົນນະບົດໃໝ່ ແລະ ໃສ່ໃຈວ່າ ອຳນາດການປົກຄອງຕາແສງເອົາໃຈໃສ່ເປັນພິເສດເຖິງການຍົກສູງຊີວິດການເປັນຢູຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີປະຊາຊົນ ແລະ ບັນດາອົງການຈັດຕັ້ງການເມືອງໃນຕາແສງ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ນ້ຳໃຈປະຊາທິປະໄຕ, ສືບຕໍ່ສຳເລັດພື້ນຖານວັດຖຸໂດຍຜ່ານການຫັນເປັນສັງຄົມ. ທ່ານນາຍົກລັດຖະມົນຕີສະເໜີການນຳຕາແສງຊ່ວຍເຫຼືອປະຊາຊົນຫັນປ່ຽນອາຊີບ.

        ພາຍຫລັງເຮັດວຽກກັບການນຳຕາແສງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຊອກຮູ້ສະພາບການຜະລິດ, ຊີວິດການເປັນຢູ່ ແລະ ມອບຂອງຂວັນໃຫ້ບາງຄອບຄົວໃນບໍລິເວນຕາແສງ.

ຕອບກັບ

ຂ່າວ/ບົດ​ອື່ນ