ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບ ລັດຖະມົນຕີກະຊວງສາທາລະນະສຸກ ລາວ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບ ລັດຖະມົນຕີກະຊວງສາທາລະນະສຸກ ລາວ - ảnh 1
( ພາບ : http://nguyentandung.org)

ຕອນບ່າຍ​ວັນ​ທີ 15 ທັນ​ວາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ເອກ​ສະຫວ່າງ ວົງ​ວິຈິດ ​ລັດຖະມົນຕີ​ກະຊວງສາທາລະນະ​ສຸກ ​ແລະ ທ່ານ ຫຽມ ພົມ­ມະ­ຈັນ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ໄປ­ສະ­ນີ​ ໂທລະ​ຄົມ­ມະ­ນາ ຄົມ ແລະ ການ​ສື່ສານ ລາວ ທີ່​ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ​ໃນ​ການ​ຕ້ອນຮັບ​ທ່ານ​ ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ສາທາລະນະ​ສຸກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເນັ້ນ​ໜັກ​ວ່າ ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ - ລາວ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ 2 ພັກ, 2 ລັດ  ​ແລະ ປຊຊ 2 ປະ​ເທດ. ຫວຽດນາມ ປາດ​ຖະໜາ​ ​ແລະ​ຈະ​​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມກັບປະ​ເທດ​ ລາວ ອ້າຍ​ນ້ອງ​ສືບ​ຕໍ່​ນຳ​ສາຍ​ພົວພັນ​ຂອງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລີກ​ເຊິ່ງກວ້າງຂວາງ , ​ແທດຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ.

ໃນ​ການ​ຕ້ອນຮັບ​ທ່ານ ຫຽມ ພົມ­ມະ­ຈັນ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ໄປ­ສະ­ນີ​ ໂທລະ​ຄົມ­ມະ­ນາຄົມ ແລະ ການ​ສື່­ສານ ລາວ, ທ່ານ​ນາຍົກໆ ຫງວຽນ​ເຕີນ​ຢຸງ ​ໄດ້​ຢືນຢັນ​ການ​ສະໜັບສະໜູນ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ ກະຊວງໄປ­ສະ­ນີ​ ໂທລະ​ຄົມມະ­ນາຄົມ ຫວຽ​ດນາມ - ລາວ ​ໃນ​ການ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ເລື່ອງ​ຄຸ້ມ​ຄອງ​ລັດ​ໃນ​ຂົງ​ເຂດໄປ­ສະ­ນີ​ໂທລະ​ຄົມ­ມະ­ນາຄົມ ແລະ ການ​ສື່­ສານ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ການ​ຮ່ວມ​ມື​ໃນ​ບັນດາ​ບັນຫາ​ສາກົນ​ກ່ຽວກັບ​ຂົງ​ເຂດໂທລະ​ຄົມມະ­ນາຄົມ… ທ່ານ ຫຽມ ພົມ­ມະ­ຈັນ ປາດ​ຖະໜາ​ວ່າ ລັດຖະຖະບານ ຫວຽດນາມ ຈະສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​​ເຮັດ​ໃຫ້ການຮ່ວມ​ມືລະ​ຫວ່າງ 2  ​ໃຫ້​ບັບມື້​ນັບກະຊວງ ເລິກ​ເຊິ່ງກວ້າງຂວາງ , ​ແທດຈິງ ​ແລະ ມີ​ປະສິດທິ​ຜົນ​, ພ້ອມ​ທັງຢືນຢັນ​ວ່າ​ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ ຫວຽ​ດນາມ ທີ່​ເຂົ້າ​ມາ​ລົງທຶນ​ໃນ​ຂົງ​ເຂດເຂດ​ໄປສະນີໂທລະ​ຄົມມະ­ນາຄົມຢູ່ ລາວ .
ຂ່າວ/ບົດ​ອື່ນ