(vovworld) - ຕອນບ່າຍວັນທີ 15/1, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານາທິບໍດີ ອິນເດຍ Mohammad Hamid Ansari ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະຫຼຸບປີມິດຕະພາບຫວຽດນາມ - ອິນເດຍ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຫວັງວ່າໃນໄລຍະຈະມາເຖິງ, 2 ຝ່າຍຈະເພີ່ມທະວີໃນການເຄື່ອນໄຫວຮ່ວມມືຕ່າງໆກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ.... ກ່ວາອີກ. ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນດາບັນຫາເກີດຂຶ້ນໃໝ່ໃນການພົວພັນຮ່ວມມືເສດຖະກິດ, ການລົງທຶນ ຢ່າງມີປະສິດທິຜົນ. ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ແລະ ອິນເດຍ ຊອກຫາກາລະໂອກາດ ແລະ ລົງທຶນຢູ່ແຕ່ລະປະເທດ. ເພື່ອຊຸກຍູ້ການແລກປ່ຽນການຄ້າ, ການໄປມາຫາສູ່ກັນລະຫວ່າງ 2 ປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຖືວ່າ: ບັນດາອົງການທີ່ກ່ຽວຂ້ອງຂອງ 2 ຝ່າຍຄວນເປີດສາຍການບິນໄປ - ກັບໂດຍກົງ ຫວຽດນາມ - ອິນເດຍ ໂດຍໄວ. ຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ກໍສະເໜີໃຫ້ 2 ຝ່າຍເພີ່ມທະວີການເຄື່ອນໄຫວຮ່ວມມື ດ້ານວັດທະນະທຳ, ການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບກ່ວາອີກ.
ສ່ວນທ່ານຮອງປະທານາທິບໍດີ ອິນເດຍ Mohammad Hamid Ansari ຢັ້ງຢືນວ່າ: ອິນເດຍ ຖືຫວຽດນາມ ແມ່ນເສົາຄ້ຳໃນນະໂຍບາຍມຸ້ງໄປສູ່ທິດຕາເວັນອອກຂອງຕົນ, ພ້ອມແລ້ວທີ່ຈະທີ່ສົມທົບກັບ ຫວຽດນາມ ເພື່ອຊຸກຍູ້ບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ມີທ່າແຮງ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານຮອງປະທານາທິບໍດີ Mohammad Hamid Ansari ຢືນຢັນວ່າທັດສະນະສະເໝີຕົ້ນສະເໝີປາຍຂອງ ອິນເດຍ ແມ່ນສະໜັບສະໜູນການແກ້ໄຂບັນດາການພິພາດກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ຮັບປະກັນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.
ແລະກໍ່ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານຮອງປະທານາທິບໍດີ ອິນເດຍ Mohammad Hamid Ansari, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ: ພັກ ແລະ ລັດຖະບານ ຫວຽດນາມ ຖືການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ກັບ ອິນເດຍ ໃນທຸກໆຂົງເຂດເປັນສຳຄັນ. ກ່ອນໜ້ານັ້ນ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ໃຫ້ການຕ້ອນຮັບ ແລະ ມີການເຈລະຈາ ກັບທ່ານຮອງປະທານາທິບໍດີ ອິນເດຍ Mohammad Hamid Ansari.