ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມພິທີລົງນາມສັນຍາ EPC ໂຄງການ ງີເຊີນ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມພິທີລົງນາມສັນຍາ EPC ໂຄງການ ງີເຊີນ - ảnh 1

ພິທີລົງ​ນາມ​ສັນຍາ EPC ​ໂຄງການ ງີ​ເຊີນ

(ພາບ: chinhphu.vn)


(vovworld) -     ​ວັນ​ທີ 27/01, ຢູ່​​ແຂວງແທງ​ຮ໋ວາ, ຫວຽດນາມ, ບໍ​ລິ​ສັດກັ່ນ​ນ້ຳມັນ​ງີ​ເຊີນ ຈຳກັດ ​ສົມທົບ​ກັບ ກຸ່ມ​ນັກ​ປະມູນ EPC ​ໄດ້​ລົງ​ນາມ​ໃນ​ສັນຍາ EPC ​- ໂຄງການ​ຮ່ວມມື​ກັ່ນ​ນ້ຳມັນ​ງີ​ເຊີນ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ບັນດາ​ການ​ນຳ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​​ໄດ້​ເຂົ້າຮ່ວມ​ເຫດການ​ນີ້. ໂຄງການ​ຮ່ວມ​ມືກັ່ນ​ນ້ຳມັນ​ງີ​ເຊີນ ​ໄດ້ຮັບ​ການຜັນ​ຂະຫຍາຍກໍ​ສ້າງ​ຢູ່​ເຂດ​ເສດຖະກິດ​ງີ​ເຊີນ, ​ເມືອງ​ຕິ້ງ​ຢາ, ​ແຂວງ​ແທງ​ຮ໋ວາ ດ້ວຍ​ຍອດ​ເງິນ​ລົງທຶນ​ເກືອ​ນ 9 ຕື້ USD. ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ ໂຄງການ​ຮ່ວມມື​ກັ່ນ​ນ້ຳມັນ​ງີ​ເຊີນ ​ແມ່ນ​ໂຄງການ​ຈຸດ​ສຸມ​ແຫ່ງ​ຊາດ, ມີ​ຍອດ​ເງິນ​ລົງທຶນ​​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ​ໃນ​ປະ​ຈຸ​ບັນ, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ.

        “ກ່ອນ​ອື່ນ​ໝົດ, ຂ້າພະ​ເຈົ້າຮຽກຮ້ອງ​ໃຫ້​ເຈົ້າ​ຂອງ​ລົງທຶນ ​ແມ່ນບໍ​ລິ​ສັດກັ່ນ​ນ້ຳມັນ​ງີ​ເຊີນ ຈຳກັດ,  ​ນີ້ແມ່ນ​ບໍລິສັດລວມທັງ​ກຸ່ມ​ບໍລິ​ສັດ​ໃຫຍ່ນ້ຳມັນ​ອ້າຍ​ແກ​ດ​ແຫ່ງ​ຊາດ​ຫວຽດນາມ, 2 ກຸ່ມ​ບໍລິສັດ​ອັນ​ດັບ​ໜຶ່ງ​ຂອງ​ຍີ່ປຸ່ນ ​ແລະ ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດ​ແຫ່ງ​ຊາດ ຄູ​ເວດ, ອາດ​ເວົ້າ​ໄດ້​ວ່າ 4 ກຸ່ມ​ບໍລິສັດ​ໃຫຍ່​ຂອງ 3 ປະ​ເທດ, ຕ້ອງ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ເຈົ້າ​ຂອງ​ລົງທຶນ​ຢ່າງ​ເຂັ້ມ​ງວດ, ກໍ​ຄື​ບັນດາ​ຄວາມ​ຮຽກຮ້ອງ​ຂອງ​ນັກ​ປະມູນ EPC ​ແມ່ນ​ບັນດາ​ນັກປະມູນ​ອັນ​ດັບ​ໜຶ່ງ​ຂອງ​ຍີ່ປຸ່ນ ​ແລະ ບາງ​ປະ​ເທດ​ອື່ນ​ກໍ​ຕ້ອງ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ມື້​ນີ້ຢ່າງ​ເຂັ້ມ​ງວດ. ພຽງ​ແຕ່​ປະຕິບັດ​ດ້ວຍໜ້າ​ທີ່​ຮັບຜິດຊອບ, ມີ​ຄວາມ​ຮັບຜິດຊອບ​ຢ່າງ​ສູງ ກໍ​ຄື​ບັນດາ​ຄຳ​ໝັ້ນ​ສັນຍາ, ລະດັບ​ຄວາມ​ຄືບ​ໜ້າ​ຈຶ່ງ​ຈະ​ປະຕິບັດ​ໄດ້​ຖື​ຕາມ​ລະດັບ​ຄວາມ​ຄືບ​ໜ້າມີ​ປະສິດທິ​ຜົນ, ປອດ​ໄພ. ສິ່ງ​ສຳຄັນ​ທີ່​ສຸດຂ້າພະ​ເຈົ້າຢາກ​ເນັ້ນ​ໜັກ​ນັ້ນ​ແມ່ນ ຕ້ອງ​ປະຕິບັດ​ບັນ​ດາ​ສິ່ງ​ທີ່​ເຮົາ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ​ແລະ ລົງ​ນາມ”.

ຂ່າວ/ບົດ​ອື່ນ