ທ່ານນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫວຽດ​ນາມ ຫງວຽ​ນ​ຊ​ວັນ​ຟຸກ ເຂົ້າ​ຣ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດກອງ​ປະ​ຊຸມ G20

(VOVWORLD) -ວັນທີ 28 ມິຖຸນາ,  ຢູ່ສູນກອງປະຊຸມ Intex ຂອງນະຄອນ Osaka, ປະເທດຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເລີ່ມເຂົ້າຮ່ວມບັນດາການເຄື່ອນໄຫວຂອງກອງປະຊຸມ G20.
ທ່ານນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫວຽດ​ນາມ ຫງວຽ​ນ​ຊ​ວັນ​ຟຸກ ເຂົ້າ​ຣ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດກອງ​ປະ​ຊຸມ G20 - ảnh 1

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ອມກອງປະຊຸມກ່ຽວກັບເສດຖະກິດດີຊີຕອນ

(ພາບ: TTXVN)

    ພາຍຫຼັງພິທີຕ້ອນຮັບທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍບັນດາການນຳຂັ້ນສູງປະເທດຕ່າງໆ ໄດ້ເຂົ້າຮ່ວມວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບເສດຖະກິດດີຈີຕອນ ໂດຍທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ເປັນປະທານ.

  ໃນວາລະປະຊຸມທາງການຄັ້ງທຳອິດຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍບັນດາການນຳ ໄດ້ປຶກສາຫາລືສະພາບການ, ແງ່ຫວັງເສດຖະກິດ, ການຄ້າ ແລະ ການລົງທຶນທົ່ວໂລກ.

 ກ່າວຄຳເຫັນທີ່ວາລະປະຊຸມກ່ຽວກັບການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃນຕອນບ່າຍວັນທີ 28 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢືນຢັນວ່າ: ຫວຽດນາມ ແລະ ບັນດາປະເທດອາຊຽນ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ G20 ສົ່ງເສີມການການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ຍາດແຍ່ງຜົນປະໂຫຍດຂອງເສດຖະກິດດີຈີຕອນໃຫ້ຫຼາຍທີ່ສຸດ ແຕ່ຍັງຕ້ອງຮັບປະກັນການເຄົາລົບກົດໝາຍສາກົນ ແລະ ກົດໝາຍພາຍໃນປະເທດ. ໃນຕອນຄ່ຳຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍບັນດາການນຳ ໄດ້ເຂົ້າຮ່ວມງານລ້ຽງທາງການຂອງກອງປະຊຸມໂດຍທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ເປັນປະທານ.

 


ຕອບກັບ

ຂ່າວ/ບົດ​ອື່ນ