ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເຮັດ​ວຽກ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທ້ອງຖິ່ນຕ່າງໆ ໜູນຊ່ວຍສ້າງຊີວິດເປັນປົກກະຕິໃຫ້ແກ່ບັນດາຄອບຄົວເຂດພວກຖືກດິນເຊາະເຈື່ອນ, ຮັກສາຊີວິດອິນຊີຂອງ ປຊຊ...
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເຮັດ​ວຽກ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ - ảnh 1

   ຄອນເຊົ້າວັນທີ 12 ສິງຫາ, ໂດຍສືບຕໍ່ລາຍການເຮັດວຽກຢູ່ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພ້ອມກັບການນຳບັນດາກະຊວງ, ຂະແໜງການສູນກາງ, ການນຳບັນດາແຂວງ ກ່າເມົາ, ກຽນຢາງ, ດົ່ງທາບ ໄດ້ໄປສຳຫຼວດຕົວຈິງສະພາບດິນເຊາະເຈື່ອນແຄມທະເລຢູ່ບັນດາທ້ອງຖິ່ນນີ້. ນະທີ່ນິ້, ທ່ານໄດ້ແບ່ງປັນກັບບັນດາຄວາມຫຍຸ້ງຍາກ, ຄວາມເສຍຫາຍທີ່ທ້ອງຖິ່ນ ແລະ ປຊຊ ເຂດຖືກດິນເຊາະເຈື່ອນໄດ້ປະສົບ ພ້ອມທັງສະເໜີໃຫ້ທ້ອງຖິ່ນຕ່າງໆ ຈົ່ງເປັນເຈົ້າການໃນການຍົກຍ້າຍ ປຊຊ ອອກຈາກເຂດທີ່ອັນຕະລາຍ, ໜູນຊ່ວຍເຂົ້າເຈົ້າສ້າງຊີວິດເປັນປົກກະຕິ.

  ກ່ອນໜ້ນັ້ນ, ໃນຕອນບ່າຍວັນທີ 11 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປສຳຫຼວດຕົວຈິງ ສະພາບດິນເຊາະເຈື່ອນແຄມທະເລຢູ່ແຂວງ ຊັອກຈັງ, ບາກລຽວ ແລະ ກ່າເມົາ, ເຮັດວຽກກັບການນຳບັນດາກະຊວງ, ຂະແໜງການສູນກາງ, ການນຳບັນດາແຂວງນີ້ ກ່ຽວກັບສະພາບແກ້ໄຂສະພາບດິນເຊາະເຈື່ອນຢູ່ 3 ແຂວງດັ່ງກ່າວ.

   ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕີລາຄາວ່າ, ສະພາບດິນເຊາະເຈື່ອນແຄມແມ່ນ້ຳ, ແຄມທະເລຢູ່ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ເວົ້າລວມ ແລະ ຢູ່ 3 ແຂວງ ຊອກຈັງ, ບາກລຽວ ແລະ ກ່າເມົາ ເວົ້າສະເພາະແມ່ນໜັກໜ່ວງທີ່ສຸດ, ມີການຜັນແປຢ່າງແຮງ, ສັບສົນ, ກໍ່ຜົນສະທ້ອນເຖິງພື້ນຖານໂຄງລ່າງສາທາລະນະ, ເນື້ອທີ່ດິນ ແລະ ປ່າປ້ອງກັນ ກໍ່ຄືຊີວິດຂອງ ປຊຊ.

   ຕໍ່ໜ້າສະພາບການດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທ້ອງຖິ່ນຕ່າງໆ ໜູນຊ່ວຍສ້າງຊີວິດເປັນປົກກະຕິໃຫ້ແກ່ບັນດາຄອບຄົວຢູ່ເຂດພວກຖືກດິນເຊາະເຈື່ອນ, ຮັກສາຊີວິດອິນຊີຂອງ ປຊຊ, ທ້ອງຖິ່ນຕ້ອງມີແຜນການຍາວໄກ ສຳລັບບັນດາໂຄງການໃຫ່ຍ, ມີລັກສະນະພື້ນຖານ ເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແບບຍືນຍົງ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ