ທ່ານນາຍົກລັດຖະມົນຕີ ອີຣັກ ອາດຈະມີການຢ້ຽມຢາມ ອາເມລິກາ ໃນໄລຍະຈະມາເຖິງ
(VOVWORLD) -ທ່ານນາງ Jen Psaki ເລຂານຸການຮັບຜິດຊອບວຽກງານການຂ່າວຂອງທຳນຽບຂ່າວ ໃຫ້ຮູ້ວ່າ, ການຢ້ຽມຢາມຂອງການນຳ ອີຣັກເພື່ອແນໃສ່ຢັ້ງຢືນການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດ ແລະ ຊຸກຍູ້ການຮ່ວມມືສອງຝ່າຍຕາມຂໍ້ຕົກລົງໃນປີ 2008 ທີ່ໄດ້ກຳນົດເລື່ອງ ອາເມລິກາຖອນທະຫານອອກຈາກ ອີຣັກ.
ແຈ້ງການທີ່ອອກມາໃນວັນທີ 16 ກໍລະກົດ ຂອງທຳນຽບຂາວ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ອີຣັກ Mustafa al-Kadhimi ຢູ່ທຳນຽບຂາວໃນວັນທີ 26 ກໍລະກົດຈະມາເຖິງ.
ທ່ານນາງ Jen Psaki ເລຂານຸການຮັບຜິດຊອບວຽກງານການຂ່າວຂອງທຳນຽບຂ່າວ ໃຫ້ຮູ້ວ່າ, ການຢ້ຽມຢາມຂອງການນຳ ອີຣັກເພື່ອແນໃສ່ຢັ້ງຢືນການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດ ແລະ ຊຸກຍູ້ການຮ່ວມມືສອງຝ່າຍຕາມຂໍ້ຕົກລົງໃນປີ 2008 ທີ່ໄດ້ກຳນົດເລື່ອງ ອາເມລິກາຖອນທະຫານອອກຈາກ ອີຣັກ. ທ່ານນາງ Jen Psaki ກໍ່ເຕື້ອງເຖິງບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄືພະລັງງານ ແລະ ສາທາລະນະສຸກ, ພ້ອມທັງໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Biden ມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອີຣັກກ່ຽວກັບ ບັນດາບັນຫາຄວາມໝັ້ນຄົງ, ລວມມີບັນດາຄວາມມານະພະຍາຍາມລວມ ເພື່ອແນໃສ່ລົບລ້າງບັນດາອົງການ ລັດອິດສະລາມ ອ້າງຊື່ເອງ.