ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສະຫຼຸບໂຄງການໜູນຊ່ວຍແມ່ຍິງ start up
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງສະຫະພັນແມ່ຍິງ ຫວຽດນາມ ໃນການຕັດສິນໃຈ, ຜັນຂະຫຍາຍປະສິດທິຜົນໂຄງການ 939 ຊ່ວຍເຫຼືອແມ່ຍິງພັດທະນາເສດຖະກິດ, startup ປະດິດຄິດສ້າງ, ປະຕິບັດບັນດາເປົ້າໝາຍສະເໝີພາບລະຫວ່າງຍິງ - ຊາຍ ແລະ ເພື່ອການພັດທະນາຢ່າງຮອບດ້ານ, ຍືນຍົງຂອງປະເທດຊາດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV) |
ຕອນເຊົ້າວັນທີ 30 ພະຈິກ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບໂຄງການ “ໜູນຊ່ວຍແມ່ຍິງ startup ໄລຍະ 2017 – 2025” ແລະ ຜັນຂະຫຍາຍໂຄງການ “ໜູນຊ່ວຍແມ່ຍິງ startup ໄລຍະ 2026 – 2035” ແລະ ຍ້ອງຍໍຊົມເຊີຍຮູບແບບສະຫະກອນດີເດັ່ນປີ 2025 ໂດຍສະຫະພັນແມ່ຍິງ ຈັດຂຶ້ນ.
ກ່າວຄຳເຫັນໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງສະຫະພັນແມ່ຍິງ ຫວຽດນາມ ໃນການຕັດສິນໃຈ, ຜັນຂະຫຍາຍປະສິດທິຜົນໂຄງການ 939 ຊ່ວຍເຫຼືອແມ່ຍິງພັດທະນາເສດຖະກິດ, startup ປະດິດຄິດສ້າງ, ປະຕິບັດບັນດາເປົ້າໝາຍສະເໝີພາບລະຫວ່າງຍິງ - ຊາຍ ແລະ ເພື່ອການພັດທະນາຢ່າງຮອບດ້ານ, ຍືນຍົງຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ສະແດງຄວາມຕື້ນຕັນໃຈຕໍ່ບັນດາເລື່ອງລາວ startup ຂອງແມ່ຍິງ ແລະ ຢັ້ງຢືນວ່າ ທຸກເລື່ອງລາວ ແມ່ນທວນໄຟແຫ່ງຄວາມຄາດຫວັງ, ຄວາມຕັດສິນໃຈບືນຕົວຂຶ້ນປ່ຽນແປງໃໝ່, ນ້ຳໃຈປະດິດຄິດສ້າງ, ສ້າງຄວາມຮັ່ງມີຢ່າງຊອບທຳ.